ວັນບຸນວັດທະນະທຳຫວຽດນາມຢູ່ແຂວງກວາງຊີ,ປະເທດຈີນຖືກດຳເນີນຢ່າງຝົດຟື້ນ
(ວັນບຸນວັດທະນະທຳຫວຽດນາມ ດ້ວຍຫົວຂໍ້ວ່າ “ບຸນເຕັດຫວຽດ”)
(vovworld) – ວັນທີ 22/11, ຢູ່ມະຫາວິທະຍາໄລສ້າງຄູກວາງຊີ, ປະເທດຈີນ, ສະມາຄົມນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ ກວຍລິນ ໄດ້ສົມທົບກັບສະຖານກົງສູງຫວຽດນາມ ຢູ່ກວາງຊີ ຈັດຕັ້ງວັນບຸນວັດທະນະທຳຫວຽດນາມ ດ້ວຍຫົວຂໍ້ວ່າ “ບຸນເຕັດຫວຽດ”. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ເພີ່ມທະວີການໂຄສະນາພາບພົດ, ວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ. ຜູ້ຢ້ຽມຊົມ ແລະ ນັກສຶກສາປະເທດຕ່າງໆຮ່ຳຮຽນຢູ່ທີ່ນີ້ ຮູ້ສຶກປະທັບໃຈ ແລະ ຖືກດູດດືມໃຈຍ້ອນບັນຍາກາດທີ່ຝົດຟື້ນມ່ວນຊື່ນຂອງວັນບຸນວັດທະນະທຳຫວຽດນາມ ຢູ່ກວາງຊີ. ນອກຈາກການສະແດງບັນດາບົດເພງ, ການຟ້ອນລຳເຊິ່ງເຄີຍຖືກສະແດງໃນໂອກາດບຸນເຕັດ ແລ້ວ, ນັກສຶກສາຫວຽດນາມ ຮ່ຳຮຽນຢູ່ ກວຍລິນ ຍັງວາດພາບບັນດາການລະຫຼິ້ນພື້ນເມືອງ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຫວຽດນາມອີກດ້ວຍ ອັນໄດ້ດຶງດູດນັກສຶກສາບັນດາປະເທດທີ່ຮໍ່າຮຽນຢູ່ ກວຍລິນ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.