ວັນບຸນວັດທະນະທຳອາຊີຕາເວັນອອກສຽງໃຕ້ຢູ່ ອົດສະຕາລີ

ວັນບຸນວັດທະນະທຳອາຊີຕາເວັນອອກສຽງໃຕ້ຢູ່ ອົດສະຕາລີ - ảnh 1
ພາບປະກອບ:internet


(vovworld)-`ວັນບຸນວັດທະນະທຳອາຊີຕາເວັນອອກສຽງໃຕ້ ດຳເນີນໄປໃນວັນທີ 11/8 ຢູ່ ມະຫາວິທະຍາໄລຍແຫ່ງຊາດອົດສະຕາລີ ຢູ່ Canberra ໂດຍມີການເຂົ້າຮ່ວມຂອງບັນດາສະຖານທູດ ແລະ ຜູ້ຕາງຫນ້າສະຖາທູດບັນດາປະເທດ ອາຊຽນ, ​ໃນ​ນັ້ນ ມີ ຫວຽດນາມ.​ ທີ່​ວັນບຸນ, ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຊົມ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ບັນດາ​ປະ​ເທດ ອາຊີ ຕາ​ເວັນ​ອອກສຽງ​ໃຕ້. ບັນດາ​ຈຸດ​ພິ​ເສດສະ​ເພາະ​ຂອງ​ຊົນ​ເຜົ່າ, ປະຊາຊົນ​ບັນດາ​ປະ​ເທດ ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ມີ​ຊີວິດ​ຊີວາ​ຜ່ານ​ຮ້ານ​ວາງສະ​ແດງ ​ແລະ ອາຫານ​ການ​ກິນ​ທີ່​ອຸ​ດົມ​ສົມບູນ. ທີ່​ວັນບຸນ​ກໍ​ຈັດ​ໃຫ້​ມີ​ບັນດາ​ລາຍການ​ສິລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊົນ​ເຜົ່າ ​ໂດຍ​ນັກ​ສຶກສາ, ນັກ​ຄົ້ນ​ຄ້ວາ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ສະ​ແດງ.

ຂ່າວ/ບົດ​ອື່ນ