(ພາບປະກອບ)
(vovworld) - ວັນບຸນສຶກສາມະຫາວິທະຍາໄລສາກົນຢູ່ ຫວຽດນາມ ປີ 2016 ໂດຍກົມບຳລຸງສ້າງກັບຕ່າງປະເທດ (ກະຊວງສຶກສາທິການ ແລະ ບຳລຸງສ້າງ) ຫາກໍ່ຈັດຕັ້ງຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ເຫດການນີ້ ມີການເຂົ້າຮ່ວມຂອງ ມະຫາວິທະຍາໄລ 51 ແຫ່ງທີ່ມາຈາກ 10 ປະເທດ. ເຂົ້າຮ່ວມງານບຸນມີຜູ້ຕາງໜ້າບັນດາສະຖານທູດ, ສະຖານກົງສູນ, ບັນດາອົງການຄຸ້ຄອງທຶນສຶກສາຂອງລັດຖະບານປະເທດຕ່າງໆຄື: ອັງກິດ, ອົດສະຕາລີ, ນິວຊີແລນ, ໄອແລນ, ຍີ່ປຸ່ນ, ການາດາ, ໂຮນລັງ, ອີຕາລີ. ນີ້ແມ່ນຄັ້ງທຳອິດ, ທີ່ວັນບຸນສຶກສາມະຫາວິທະຍາໄລສາກົນໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່ ເພື່ອແນໃສ່ໂຄສະນາ, ແນະນຳລະບຽບການໃຫ້ບັນດາໂຄງການທຶນສຶກສາຂອງລັດຖະບານ ຫວຽດນາມ ໂດຍກົມບຳລຸງສ້າງກັບຕ່າງປະເທດຜັນຂະຫຍາຍການປະຕິບັດ.