ວັນບຸນໄຫວ້ພະຈັນ - ແບ່ງປັນຄວາມຮັກແພງ

(VOVWORLD) - ຄະນະຈັດຕັ້ງໄດ້ມອບຂອງຂວັນ 50 ພູດໃຫ້ແກ່ຫຼານນ້ອຍເຍົາວະຊົນ, ອະນຸຊົນ ແລະ ຜູ້ຕາງໜ້າເດັກທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ.
ວັນບຸນໄຫວ້ພະຈັນ - ແບ່ງປັນຄວາມຮັກແພງ - ảnh 1ທະຫານເຮືອເຂດ 3 ໄດ້ສົມທົບກັບບັນດາສະໂມສອນຢູ່ທີ່ນີ້ ຈັດວັນບຸນໄຫວ້ພະຈັນ 2024
(ພາບ: congly.vn)

        ຕອນຄ່ຳວັນທີ 16 ກັນຍາ, ຢູ່ແຂວງ ວິງຟຸກ, ໄດ້ຈັດວັນບຸນໄຫວ້ພະຈັນປີ 2024 ດ້ວຍຫົວຂໍ້ “ແບ່ງປັນຄວາມຮັກແພງ”, ໄດ້ດຶງດູດເດັກນ້ອຍກວ່າ 1.000 ຄົນເຂົ້າຮ່ວມ. ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 50 ພູດໃຫ້ແກ່ຫຼານນ້ອຍເຍົາວະຊົນ, ອະນຸຊົນ ແລະ ຜູ້ຕາງໜ້າເດັກທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ. ສະຫະພັນແຮງງານແຂວງ, ຄະນະຊາວໜຸ່ມແຂວງ ວິງຟຸກ ໄດ້ມອບຂອງວັນ 20 ພູດ ແລະ ທຶນສຶກສາໃຫ້ແກ່ລູກຫຼານຂອງກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກພວມເຮັດວຽກຢູ່ບັນດາເຂດອຸດສາຫະກຳ.

        ຢູ່ແຂວງ ວິງລອງ, ໃນຊຸມມື້ຜ່ານມາ, ໄດ້ຈັດການເຄື່ອນໄຫວເບິ່ງແຍງດູແລວັນບຸນໄຫ້ວພະຈັນໃຫ້ແກ່ບັນດານັກຮຽນຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ. ນ້ອງ ຮວີ່ງອຽນຍີ, ນັກຮຽນເມືອງ ລອງໂຮ່, ແບ່ງປັນວ່າ:

        “ມື້ນີ້ນ້ອງໄດ້ເຂົ້າຮ່ວມວັນບຸນໄຫວ້ພະຈັນ, ນ້ອງຮູ້ສຶກມ່ວນທີ່ສຸດ ແລະ ມີຄວາມປິຕິຊົມຊື່ນ, ນ້ອງໄດ້ຮັບຂອງຂວັນແມ່ນເຂົ້າໜົມໄຫວ້ພະຈັນຈາກບັນດາອາວ, ອາ, ນ້ອງຂໍຂອບໃຈຕໍ່ບັນດາອາວ, ອາ. ນີ້ແມ່ນເທື່ອທຳອິດທີ່ນ້ອງໄດ້ເຂົ້າຮ່ວມວັນບຸນໄຫວ້ພະຈັນ, ນ້ອງຮູ້ສຶກມ່ວນຫຼາຍ ຍ້ອນໄດ້ລະຫຼີ້ນກັບເພື່ອນ, ໄດ້ຮັບເຂົ້າໜົມ ແລະ ໂຄມໄຟ. ນ້ອງຈະມານະພະຍາຍາມຮໍ່າຮຽນໃຫ້ເປັນຢ່າງດີ”.

        ແລະກໍ່ໃນຕອນຄ່ຳດຽວກັນ, ທະຫານເຮືອເຂດ 3 ໄດ້ສົມທົບກັບບັນດາສະໂມສອນຢູ່ທີ່ນີ້ ຈັດວັນບຸນໄຫວ້ພະຈັນ 2024 ໃຫ້ບັນດາຫຼານນ້ອຍເຍົາວະຊົນ, ອະນຸຊົນ ເຊິ່ງແມ່ນລູກຂອງທະຫານ, ກຳມະກອນປ້ອງກັນຄວາມສະຫງົບທີ່ພວມປະຕິບັດງານຢູ່ທະຫານເຮືອເຂດ 3 ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ