ວັນວັດທະນະທຳບັນດາຊົນເຜົ່າຫວຽດນາມ

ວັນວັດທະນະທຳບັນດາຊົນເຜົ່າຫວຽດນາມ - ảnh 1
(ພາບ:
baodienbienphu.info.vn)

(vovworld)- ​ວັນ​ທີ 19/4, ​ແມ່​ນວັນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ​ຫວຽ​ດນາມ. ນີ້​ແມ່ນ​ໂອກາດ​ເພື່ອ​ເຊີດ​ຊູ​ສີສັນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ​ແລະ ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ, ບັນດາ​ໝູ່​ຄະນະ​ມີ​ຄວາມ​ເອົາ​ໃຈ​ໃສ່, ມີ​ບັນດາ​ວຽກ​ງານ​ອັນ​ແທດ​ຈິງ​ກັບ​ວັດທະນະທຳ​ຂອງ​ບັນດາ​ຊົນ​ເຜົ່າ. ບັນດາ​ການ​ເຄື່ອນ​ໄຫວວັດທະນະທຳ​ສິລະ​ປະ, ງານ​ພົບ​ປະ​ແລກປ່ຽນ​ຖືກ​ດຳ​ເນີນ​ໄປ​ຢູ່​ບ້ານ​ວັດທະນະທຳ, ທ່ອງ​ທ່ຽວບັນດາ​ຊົນ​ເຜົ່າ​ຫວຽດນາມ ຢູ່​ດົ່ງ​ໂມ-​ເຊີນ​ໄຕ-​ຮ່າ​ໂນ້ຍ. ຈຸດ​ພົ້ນ​ເດັ່ນ​​ໃນວັນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ​ຫວຽ​ດນາມ ​ແມ່ນ​ການສະ​ແດງ​ສິລະ​ປະ​ໃນ​ຄ່ຳ​ຄືນ​ວັນ​ທີ 19/4 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ນັກ​ສິລະ​ປິນ​ວິຊາ​ຊີບ ​ແລະ ນັກ​ສິລະ​ປິນສະໝັກ​ຫຼີ້ນ. ໜຶ່ງ​ໃນ​ບັນດາ​ຈຸດ​ແຕກ​ຕ່າງ​ກັບ​ທຸກ​ປີນັ້ນ​ແມ່ນ​ປີ​ນີ້, ຄະນະ​ຈັດຕັ້ງ​ໄດ້​ສະ​ແດງ​ງານ​ຕະຫຼາດນັດ​ເຂດ​ພູດ​ອຍທາງ​ພາກ​ເໜືອ​ຫວຽດນາມ ຄືນ​​ໃໝ່ ຢ່າງ​ມີ​ຊີວິດ​ຊີວາ. ສານ​ທີ່​ວ່າ: ໄວ​ໜຸ່ມ​ບັນດາ​ຊົນ​ເຜົ່າ​ຫວຽ​ດນາມ ກັບວັດທະນະທຳ​ຄອບຄົວ​ໄດ້​ສະ​ແດງ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ, ວຽກງານ​ຂອງ​ປະຊາຊົນ​ຊົນ​ເຜົ່າຕ່າງໆ, ບັນດາ​ຊາວ​ໜຸ່ມ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ​ເປັນ​ຊາວ​ຊົນ​ເຜົ່າ ຊື່​ງ​ໄດ້​ພ້ອມ​ກັນ​ເຕົ້າ​ໂຮມ​ໃນບ້ານ​ວັດທະນະທຳ, ທ່ອງ​ທ່ຽວ​ບັນດາ​ຊົນ​ເຜົ່າ​ຫວຽດນາມ.

ຂ່າວ/ບົດ​ອື່ນ