ວັນວິທະຍາສາດຢູ່ໂຮງຮຽນມິດຕະພາບລາວ-ຫວຽດນາມ
ມິ້ບິ່ງ, ນັກຂ່າວ VOV -  
(ວັນວິທະຍາສາດຢູ່ໂຮງຮຽນມິດຕະພາບລາວ-ຫວຽດນາມ)
(vovworld) – ຕອນເຊົ້າວັນທີ 25 ມີນາ, ຢູ່ນະຄອນຫຼວງວຽງຈັນ ລາວ, ໂຮງຮຽນມັດທະຍົມຕອນປາຍມິດຕະພາບລາວ-ຫວຽດນາມ ໄດ້ຈັດວັນວິທະຍາສາດ ຄັ້ງທີ 3. ນີ້ແມ່ນ ວັນບຸນວິທະຍາສາດ ທີ່ເປັນມູນເຊື້ອຂອງໂຮງຮຽນ ຈັດທຸກໆປີ. ເຂົ້າຮ່ວມມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາລາວ, ພະແນກສຶກສານະຄອນຫຼວງວຽງຈັນ, ບັນດາໂຮງຮຽນມັດທະຍົມຕອນປາຍ ຢູ່ນະຄອນຫຼວງ ພ້ອມທັງບັນດາຄູ, ອາຈານ ແລະ ນັກຮຽນເປັນຈຳນວນຫຼວງຫຼາຍ.
ວັນວິທະຍາສາດ ແມ່ນໂອກາດ ເພື່ອໃຫ້ບັນດານັກຮຽນໄດ້ຝຶກຫັດ, ທົດລອງ ວິຊາວິທະຍາສາດທຳມະຊາດຕ່າງໆ ເຊັ່ນ: ເຄມີສາດ, ຊີວະສາດ, ຟີຊິກສາດ ແລະ ວິຊາອາຊີບ. ນີ້ທີ່ຈິງແມ່ນວັນບຸນຂອງບັນດາຄູ, ອາຈານ ແລະ ນັກຮຽນ ໃນໂຮງຮຽນ ແນໃສ່ຊຸກຍູ້ຫົວຄິດປະດິດສ້າງ ຂອງນັກຮຽນ ໃນການຮຽນທິດສະດີ ຢ່າງຕັ້ງໜ້າ ສົມທົບກັບການລົງຝຶກຫັດ ແລະ ສ້າງຄວາມເມົາມົວທາງດ້ານວິທະຍາສາດໃຫ້ນັກຮຽນ.
ມິ້ບິ່ງ, ນັກຂ່າວ VOV