ວິສາຫະກິດ ແລະ ກາລະໂອກາດຂອງຕະຫລາດອາຊຽນ

ວິສາຫະກິດ ແລະ ກາລະໂອກາດຂອງຕະຫລາດອາຊຽນ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ “ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ຫວຽດນາມ”
ພາບ:baomoi.com

(vovworld)- ຕອນ​ເຊົ້າ​ວັນ​ທີ 4/12 ຢູ່ ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ສົມທົບ​ກັບ​ສະ​ຖາ​ບັນ​ສາກົນ ​ແລະ ພັດທະນາ​ແບບ​ຍືນ​ຍົງ, ສະພາ​ໃຫ້​ຄຳ​ປຶກສາ​ດຳ​ເນີນ​ທຸລະ​ກິດ ອາ​ຊຽນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ມີ​ຫົວ​ຂໍ້​ວ່າ: “ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ຫວຽດນາມ - ກາລະ​ໂອກາດ​ຂອງ​ຕະຫລາດ ອາ​ຊຽນ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ດວ່າ​ນຢູຍ​ເຄືອງ, ຮອງ​ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ, ​ໃຫ້​ຮູ້​ວ່າ: ​ເພ່ືອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​​​ເຊື່ອມຊືມ​ເຂົ້າ​ຕະຫລາດ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ອາ​ຊຽນ ​ເປີດ​ກວ້າງ, ວິ​ສາ​ຫະກິດ ຄວນ​ປ່ຽນ​ໃຫມ່​ອຸປະກອນ​ເຕັກ​ໂນ​ໂລ​ຊີ, ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ. ທ່ານ ດວານ​ຢີ​ເຄືອງ ​ເນັ້ນ​ຫນັກ​ວ່າ:

        “ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ຈະ​ຊ່ວຍ​​ໃຫ້​ບັນດາ​ວິ​ສາ​ຫະກິດ, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ມີ​ເງື່ອນ​ໄຂ​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວສານ​ທີ່​ກ່ຽວຂ້ອງ​ເຖີງບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ ​ເມື່ອ​ຫວຽດນາມ ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ປີ 2015 ​ແລະ ອາ​ຊຽນ​ເປີດ​ກວ້າງ​ກັບ 6 ປະ​ເທດ​ຄື: ຍີ່​ປຸ່ນ, ສ​ເກົາຫລີ, ຈີນ… ​ເພື່ອ​ຍາດ​ແຍ່ງ​ກາລະ​ໂອກາດ​ດີ ຊື່​ງບັນດາ​ສັນຍາ​ການ​ຄ້າ​ເສລີ​ນຳ​ມາ​ໃຫ້.”

 

ຂ່າວ/ບົດ​ອື່ນ