ວິສາຫະກິດຍີ່ປຸ່ນ: EVFTA ເປີດກາລະໂອກາດລົງທຶນທີ່ດີຢູ່ຫວຽດນາມ

(VOVWORLD) -ມີວິສາຫະກິດຫຼາຍແຫ່ງຂອງຍີ່ປຸ່ນ ໄດ້ສະແດງໃຫ້ເຫັນຄວາມປະເອີບໃຈຕໍ່ບັນດາກາລະໂອກາດດຳເນີນທຸລະກິດເຊິ່ງສັນຍາດັ່ງກ່າວອາດຈະນຳມາໃຫ້ ຕະຫຼາດຫວຽດນາມ.

ພາຍຫຼັງທີ່ຫວຽດນາມ ລົງນາມໃນວັນຍາການຄ້າເສລີ (FTA) ກັບສະຫະພາບເອີລົບ (EU) ຢ່າງເປັນທາງການ, ມີວິສາຫະກິດຫຼາຍແຫ່ງຂອງຍີ່ປຸ່ນ ໄດ້ສະແດງໃຫ້ເຫັນຄວາມປະເອີບໃຈຕໍ່ບັນດາກາລະໂອກາດດຳເນີນທຸລະກິດເຊິ່ງສັນຍາດັ່ງກ່າວອາດຈະນຳມາໃຫ້ ຕະຫຼາດຫວຽດນາມ.

        ທ່ານ Mikio Kesagayama, ປະທານສະພາບໍລິຫານ TICC, ເຊິ່ງແມ່ນບໍລິສັດເຄື່ອນໄຫວໃນຂົງເຂດໃຫ້ຄຳປຶກສາວິສາຫະກິດລົງທຶນ, ດຳເນີນທຸລະກິດຢູ່ຍີ່ປຸ່ນ, ຖືວ່າ ເລື່ອງສັນຍາ EVFTA ໄດ້ຮັບການລົງນາມ ໄດ້ເປີດກາລະໂອກາດລົງທຶນຫຼາຍຢ່າງ ຍ້ອນຫວຽດນາມ, ເຊິ່ງແມ່ນຕະຫຼາດໃຫຍ່ພໍສົມຄວນ ດ້ວຍປະຊາກອນ 90 ລ້ານຄົນ ແລະ ຍັງບໍ່ທັນພັດທະນາຄວາມສາມາດບົ່ມຊ້ອນໃຫ້ໝົດເທື່ອ, ນັ້ນແມ່ນສະຖານທີ່ທີ່ດູດດື່ມສຳລັບບັນດານັກລົງທຶນ.

        ກໍ່ມີທັດສະນະເຊັ່ນດຽວກັນ, ທ່ານ Kei Kuramochi, ຜູ້ຕາງໜ້າບໍລິສັດ Yaegaki, ເຊິ່ງແມ່ນວິສາຫະກິດຄາດວ່າຈະລົງທຶນ 50 ລ້ານ USD ເຂົ້າບັນດາຂົງເຂດອະສັງຫາລິມະຊັບຢູ່ຫວຽດນາມ, ໄດ້ໃຫ້ຂໍ້ສັງເກດກ່ຽວກັບເລື່ອງ ຫວຽດນາມ ລົງນາມໃນສັນຍາການຄ້າກັບ EU ຈະຊ່ວຍໃຫ້ພື້ນຖານເສດຖະກິດຫວຽດນາມ ສືບຕໍ່ພັດທະນາ, ສ້າງກາລະໂອກາດໃໝ່ໃຫ້ແກ່ບັນດານັກລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ