ວິສາຫະກິດຫວຽດນາມ-ໄທມຸ່ງໄປເຖິງປະຊາຄົມເສດຖະກິດອາຊຽນ

ວິສາຫະກິດຫວຽດນາມ-ໄທມຸ່ງໄປເຖິງປະຊາຄົມເສດຖະກິດອາຊຽນ - ảnh 1
(ເວທີ​ປາ​ໄສເຊື່ອມ​ຕໍ່​ວິ​ສາ​ຫະກິດ ຫວຽດນາມ - ​ໄທ
ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ)

(vovworld)  ​ເພື່ອແນ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ​ໄທ ​​ມີ​ການ​ກະກຽມ​​ເປັນ​ຢ່າງດີໃຫ້ການ​ເຊື່ອມ​ໂຍງ​ເສດຖະກິດ ອາ​ຊຽນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດ ​ເຊິ່ງ ວິ​ສາ​ຫະກິດ 2 ປະ​ເທດ​ມີ​ທ່າ​​ແຮງ, ວັນ​ທີ 10/10 ທູດການ​ຄ້າ​ ຫວຽດນາມ ປະຈຳ ​ໄທ ສົມທົບ​ກັບ​ສະມາຄົມ​ມິດຕະພາບ ​ໄທ - ຫວຽດນາມ ຈັດ​ຕັ້ງ​ເວທີ​ປາ​ໄສ “​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ຫວຽດນາມ - ​ໄທ, ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ” ຢູ່ ບາງ​ກອກ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ເວທີ​ປາ​ໄສ ​ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ເກືອບ 400 ​ແຫ່ງ ຫວຽດນາມ ​ແລະ ​ໄທ, ທ່ານ ຕະກວາງ​ງ້ອກ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ໄທ ຖື​ວ່າ:

        “ປະຊາ​ຄົມ ອາ​ຊຽນ ​ໄດ້​ກາຍ​ເປັນ​ພາກ​ພື້ນ​ເສດຖະກິດ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ຄວາມ​ສາ​ມາດ​​ແກ່ງ​ແຍ້​ງສູງ, ອາດ​ສາມາດ​ເຊື່ອມ​ໂຍງ​ເຂົ້າ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ​ຢ່າງ​ຄົບ​ຖ້ວນ. ບັນດາ​ບາດ​ກ້າວ​ສຳຄັນ​ໃນ​ການ​ພົວພັນ 2 ຝ່າຍ​ລະຫວ່າງ ​ໄທ ​ແລະ ຫວຽດນາມ ກໍ​ຄື​ບັນດາ​ການ​ພັດທະນາ​ທີ່ມີ​ລັກສະນະ​ບາດ​ລ້ຽວຂອງ ອາ​ຊຽນ ຈະ​ສ້າງ​ບັນດາ​ກາລະ​ໂອກາດ ​ແລະ ຄວາມ​ສະດວກ​ໃໝ່​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ຢ່າງ​ແນ່ນ​ອນ, ພ້ອມ​ກັນ​ນັ້ນ ກໍ​ໄດ້​ວາງ​ອອກ​ຄວາມຫຍຸ້ງກ​ຍາກ ​ແລະ ສິ່ງ​ທ້າ​ທາຍ​ໃໝ່”.

        ທີ່​ເວທີ​ປາ​ໄສ, ນັກ​ຊ່ຽວຊານ​ຫລາຍ​ຄົນ​ຢືນຢັນ​ວ່າ: ປະຈຸ​ມັນບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ​ໄທ ມີ​ສະພາບ​ແວດ​ລ້ອມ​ການ​ເຄື່ອນ​ໄຫວ​ສະດວກ​ທີ່​ສຸດ ຍ້ອນ​ການ​ພົວພັນ 2 ຝ່າຍ​ໄດ້​ຍົກ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ການ​ຄ້າ​ພາຍ​ໃນ​ກຸ່ມ ອາ​ຊຽນ ມີ​ຄວາມ​ສະດວກ​ສະບາຍ ​ເມື່​ອບັນດາ​ຮົ້ວ​ກີດຂວາງ​ພາສີ​ໄດ້​ຖືກ​ລົບ​ລ້າງ ​ແລະ ​ເປົ້າ​ໝາຍຢືດຄອງຕະຫລາດ​ມີ​ພົນລະ​ເມືອງ 600 ລ້ານ​ຄົນ ​ໄດ້​ຄ່ອຍໆ​ປະກົດ​ຜົນເປັນ​ຈິງ​. ​ເພາະສະ​ນັ້ນ, ຄາດໝາຍ​ບັນລຸ​ມູນ​ຄ່າການ​ຄ້າ 2 ສົ້ນ ຫວຽດນາມ - ​ໄທ ​ແມ່ນ​ 20 ຕື້ USD ​ໃນ​ປີ 2020 ​ເຊິ່ງ 2 ປະ​ເທດ​ໄດ້​ວາງ​ອອກ​ ອາດ​ເປັນ​ໄປ​ໄດ້.

 

ຂ່າວ/ບົດ​ອື່ນ