ວິສາຫະກິດອີຕາລີຊອກຫາກາລະ ໂອກາດເຂົ້າມາລົງທຶນຢູ່ຫວຽດນາມ

ວິສາຫະກິດອີຕາລີຊອກຫາກາລະ ໂອກາດເຂົ້າມາລົງທຶນຢູ່ຫວຽດນາມ - ảnh 1
ເຂດ Umbria-ອີ​ຕາລີ

(ພາບ: phunucongso.com)

(vovworld)- ​​ຕອນ​​ບ່າຍວັນ​ທີ 25/4, ຫ້ອງການອຸດສາຫະກ​ຳການ​ຄ້າ ​​ອີ​ຕາ​ລີ ປະຈຳ​ຫວຽດນາມ ​ໄດ້​ຈັດການ​ພົບ​ປະ​ລະ​ຫວ່າງວິ​ສາ​ຫະກິດ​ເຂດ Umbria-ອີ​ຕາລີ ກັບ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ເພື່ອ​ແນ​ໃສ່​ແລກປ່ຽນ, ປຶກສາ​ຫາລື, ຊອກ​ຫາ​ກາລະ​ໂອກາດ​ລົງທຶນ, ການ​ຄ້າ​ຢູ່​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Damiano Francovigia ອັກຄະ​ລັດຖະທູດ​ອີ​ຕາລີ ປະຈຳ​ຫວຽດນາມ ຢືນຢັນ​ວ່າ: ບັນດາ​ວິ​ສາ​ຫະກິດ​ອີ​ຕາ​ລີ ມາ​ຫວຽດນາມ ຄັ້ງນີ້ ​ໄດ້​ທຳ​ການ​ເຄື່ອນ​ໄຫວ​ໃນ​ຫຼາຍ​ຂົງ​ເຂດ​ແຕກ​ຕ່າງ​ກັນ​ຄື: ສະບຽງ​ອາຫານ, ​ເຄື່ອງ​ສຳອາງ, ການ​ຢາ, ກະສິກຳ, ວັດ​ສະ​ດຸ​ກໍ່ສ້າງ, ​ຜະລິດ​ໂອ​ໂຕ ​ແລະ ບັນດາ​ຂະ​ແໜງ​ຜະລິດ​ອຸດ​ສາ​ກະ​ກຳ. ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ອີ​ຕາ​ລີ​ ສະ​ແດງ​ຄວາມປາດ​ຖະໜາຢາກ​ພົບ​ປະ​ກັບ​ກະຊວງ ຂະ​ແໜງ​ການ​ຈຳນວນ​ໜຶ່ງຂອງ​ຫວຽດນາມ ​ເພື່ອ​ຊອກ​ຮູ້​​ກົນ​ໄກ, ນະ​ໂຍບາຍ​ລົງທຶນ, ​ລະບົບ​ກົດໝາຍ​ໃນ​ການ​ພັດທະນາ​ເສດຖະກິດ​ຢູ່​ຫວຽດນາມ, ກໍ່​ຄື​ມີ​ວິ​ໃສ​ທັດ​ຮອບດ້ານ​ກ່ຽວ​ກັບ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​​ເຂົ້າມາລົງທຶນ, ການ​ຄ້າ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ