ວິສາຫະກິດຮ່ວມທຸລະກິດ ຫວຽດນາມ - ລາວ ຍາດໄດ້ລາງວັນສາກົນ

ວິສາຫະກິດຮ່ວມທຸລະກິດ ຫວຽດນາມ - ລາວ ຍາດໄດ້ລາງວັນສາກົນ - ảnh 1
ບໍ​ລິ​ລັດ Star Telecom - Unitel
(ພາບ: QĐND)


(vovworld) -     ຕອນ​ຄໍ່າ​ວັນ​ທີ 26/11, ຢູ່​ນະຄອນຫຼວງ​ວຽງ​ຈັນ, ບໍ​ລິ​ລັດ Star Telecom - Unitel (ບໍລິສັດ​ຮ່ວມ​ທຸລະ​ກິດ​ລະຫວ່າງ ລາວ Asia Telecom ​ແລະ ກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງທັບ Viettel) ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ເລື່ອງ Unitel ຍາດ​ໄດ້​ລາງ​ວັນ​ໂຄທ​ລະ​ຄົມ​ໂລກ (WCA 2012). ນີ້​ແມ່ນໜຶ່ງ​​ໃນ​ບັນດາລາງວັນ​ໂທລະ​ຄົມມະນາຄົມ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ທີ່​ສຸດ​ຢູ່​​ໃນ​ໂລກ ​ໂດຍ​ວາລະສານ Total Telecom (ອັງກິດ) ​ເປັນ​ຜູ້​ລິ​ເລີ່ມ ​ແລະ ຈັດ​ຕັ້ງ​ນັບ​ແຕ່​ປີ 1999. ທ່ານ​ ທັນ​ສະ​ໄໝ ກົມມະ​ສິດ ຮອງ​ລັດ​ຖະມົນຕີກະຊວງ​ໄປສະນີ​ໂທລະ​ຄົມມະ​ນາ​ຄົມ ​ແລະ ການສື່ສານ​ລາວ ​ໃຫ້​ຮູ້​ວ່າ ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຜູ້ຕາງໜ້າ​ຂອງ​ຂະ​ແໜງ​ໂທລະ​ຄົມມະນາຄົມ​ລາວ ​ໄດ້​ຮັບ​ລາງວັນ​ສາກົນ ທີ່​ມີ​ຄຸນຄ່າ​ນີ້. ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ, ​ໃນ 3 ປີຜ່ານມາ ນັບ​ແຕ່​ວັນ​ເປີດ​ສະໜອງ, ບໍລິສັດ Unitel ​​ໄດ້ອອກ​ແຮງ​ງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ຍົກ​ສູງ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ລາວ - ຫວຽດນາມ, ​ແກ້​ໄຂທຸກ​ຄວາມ​ຫຍຸ້ງຍາກ ​ແລະ ສູ້​ຊົນ​ກ້າວ​ຂຶ້ນ, ຢັ້ງຢືນ​ທີ່​ຕັ້ງ​ແມ່ນ​ເຄືອ​ຂ່າ​ຍ​ໃຫຍ່​ອັນ​ດັບ​ໜຶ່ງ​ຢູ່​ລາວ ດ້ວຍ 44% ອັດຕາ​ສ່ວນ​ຕະຫຼາດ​ໂທລະສັບ​ມື​ຖື, ລາຍ​ຮັບ​ຂອງ​ປີ 2012 ຄາດ​ວ່າ​ບັນລຸ​ລະດັບ​ເກືອບ 160 ລ້ານ USD ​ແລະ ລະດັບ​ເຕີບ​ໂຕ​ຂຶ້ນ​ເຖິງ 40 – 50%.

ຂ່າວ/ບົດ​ອື່ນ