(ພາບປະກອບ baoquangninh.com.vn)
(vovworld)- ວາລະປະຊຸມຄັ້ງທີ 21 ຂອງຄະນະປະຈຳສະພາແຫ່ງຊາດຈະດຳເນີນໄປແຕ່ວັນທີ 9-24/9 ຢູ່ຮ່າໂນ້ຍ. ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນເຂົ້າໃນຮ່າງກົດໝາຍຈຳນວນໜຶ່ງຄື: ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍນາຍທະຫານຂອງກອງທັບ ປຊຊ ຫວຽດນາມ, ກົດໝາຍວ່າດ້ວຍຕຳຫຼວດ ປຊຊ (ສະບັບປັບປຸງ); ກົດໝາຍວ່າດ້ວຍການເຂົ້າອອກເມືອງ, ຢູ່ອາໄສຂອງຊາວຕ່າງປະເທດຢູ່ຫວຽດນາມ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ)….. ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນເຂົ້າໃນບາງບັນຫາສຳຄັນ, ບັນດາຄຳເຫັນທີ່ຍັງມີຄວາມແຕກຕ່າງກັນຂອງກົດໝາຍວ່າດ້ວຍທີ່ດິນ. ຄະນະປະຈຳສະພາແຫ່ງຊາດຈະຮັບຟັງບົດລາຍງານຂອງບັນດາຄະນະຕິດຕາມກວດກາກ່ຽວກັບການປະຕິບັດບັນດານະໂຍບາຍກົດໝາຍ, ມະຕິຂອງສະພາແຫ່ງຊາດທີ່ບັນດາອົງການ, ທ້ອງຖິ່ນ. ຕາມແຜນການ, ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳເຫັນກ່ຽວກັບບົດລາຍງານໝາກຜົນການລົງຄະແນນສຽງໄວ້ວາງໃຈຢູ່ສະພາແຫ່ງຊາດ ແລະ ສະພາ ປຊຊ ຂັ້ນຕ່າງໆ; ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ; ການກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13….