ວາລະປະຊຸມຄົບຄະນະ ຄັ້ງທີ 6 ຂອງສະພາຊົນເຜົ່າ

ວາລະປະຊຸມຄົບຄະນະ ຄັ້ງທີ 6 ຂອງສະພາຊົນເຜົ່າ - ảnh 1

(ພາບ:vov.vn)

(vovworld)- ​ຕອນ​​ເຊົ້າວັນ​ທີ 24/4, ຢູ່ນະຄອນ​ໂຮ່ຈິ​ມິນ, ສະພາ​ຊົນ​ເຜົ່າ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 6, ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ, ຮ່າງ​ກົດໝາ​ຍວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (ສະບັບ​ປັບປຸງ). ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ໃນ​ການ​ຕີ​ລາຄາ​ບັນດາ​ບັນຫາ​ຄື: ບຳລຸງ​ສ້າ​ງວິຊາ​ຊີບ, ​ແກ້​ໄຂວຽກ​ເຮັດ​ງານ​ທຳຢູ່​ເຂດ​ຊົນນະບົດ, ​ເຂດປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ການ​ສົ່ງ​​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ…​ຕອ້ງ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ. ທ່ານຢ່າງ​ອາ​ຈູ ຮອງ​ປະທານສະພາ​ຊົນ​ເຜົ່າ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ບັນດາ​ຜູ້​ແທນ​ເຫັນ​ດີ​ກັບ​ການ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ ລັດ​ມີ​ຄວາມ​ເອົາ​ໃຈ​ໃສ່​ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ຊົນນະບົດ. ບັນດາ​ຜູ້​ແທນ​ກໍ່​ມີ​ຄວາມ​ສົນ​ໃຈ​ຕໍ່ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ວິ​ສາ​ຫະກິດ​ນຳ​ໃຊ້​ແຮງ​ງານ ​ແລະ ​ບັນຫາ​ສອນ​ວິຊາ​ຊີບ​ໃຫ້​ມີ​ປະສິດທິ​ຜົນ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ“.

ຂ່າວ/ບົດ​ອື່ນ