ວາລະປະຊຸມຄົບຄະນະຄັ້ງທີ27ກຳມາທິການກົດໝາຍຂອງສະພາແຫ່ງຊາດຊຸດທີXIII

ວາລະປະຊຸມຄົບຄະນະຄັ້ງທີ27ກຳມາທິການກົດໝາຍຂອງສະພາແຫ່ງຊາດຊຸດທີXIII - ảnh 1
ວາລະປະຊຸມຄົບຄະນະຄັ້ງທີ27ກຳມາທິການກົດໝາຍ
ພາບ:vietnamplus.vn

(vovworld)- ​ ​ ວັນ​ທີ 7/6 ຢູ່ ນະ​ຄອນ ດາ​ຫນັງ, ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIII ໄດ້​ຈັດ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 27 ດ້ວຍ​ບັນ​ດາ​ເນື້ອ​ໃນ​ກວດ​ກາຢັ້ງ​ຢືນ​ໃບ​ສະ​ເຫນີ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ ກ່ຽວ​ກັບ​ການ​ປັບ​ປຸງ​ໂຄງ​ການ​ສ້າງ​ກົດ​ໝາຍ, ລັດ​ຖະ​ບັນ​ຍັດ​ປີ 2016 ແລະ ຄາດ​ຄະ​ເນ ໂຄງ​ການ​ສ້າງກົດ​ໝາຍ​, ລັດ​ຖະ​ບັນ​ຍັດ​ປີ 2017. ຕາມ​ກຳ​ມາ​ທິ​ການ​ກົດ​ໝາຍ​ແລ້ວ ,ໃນ​ອາ​ຍຸ​ການ​ຊຸດ​ທີ XIII, ສະ​ພາ​ແຫ່ງ​ຊາດ ໄດ້​ປັບ​ປຸງ, ເພີ່ມ​ເຕີມ, ປະ​ກາດ​ໃຊ້​ກົດ​ໝາຍ, ປະ​ມວນ​ກົດ​ໝາຍ​ຫລາຍ​ສະ​ບັບ ເພື່ອ​ແນ​ໃສ່​ຫັນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ອຽດ, ສ້າ​ງ​ລະ​ບົບ​ກົດ​ໝາຍ​ໃນ​ບັນ​ດາ​ຂົງ​ເຂດ​ໃຫ້​ສົມ​ບູນ​ແບບ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ກົດ​ໝາຍ​ກ່ຽວ​ກັບ​ກົງ​ຈັກ​ລັດ, ສ້າງ​ລະ​ບອບ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ການ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ໃຫ້​ສົມ​ບູນ​ແບບ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ