ວາລະສານກອມມູນິດຜັນຂະຫຍາຍໜ້າທີ່ປີ2015

ວາລະສານກອມມູນິດຜັນຂະຫຍາຍໜ້າທີ່ປີ2015 - ảnh 1
ພາບ​ປະ​ກອບ

(vovworld) –  ຕອນ​ເຊົ້າ​ວັນ​ທີ 19/1, ຢູ່​ຮ່າ​ໂນ້ຍ, ວາ​ລະ​ສານ​ກອມ​ມູ​ນິດ (ອົງ​ການ​ທິດ​ສະ​ດີ ແລະ ການ​ເມືອງ​ຂອງ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ) ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ​ປີ 2014, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2015. ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາໄດ້​ເຂົ້າ​ຮ່ວມ ແລະ ຊ​ີ້​ນຳ​ກອງ​ປະ​ຊຸມ.

        ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ເລ​ຮົ່ງ​​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ, ສະ​ເໜີປີ 2015 ວາ​ລະ​ສານກອມ​ມູ​ນິດ ສືບ​ຕໍ​ປະ​ຕິ​ບັດ​ຕາມ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ທັດ​ສະ​ນະ​ຂອງ​ພ​ັກ, ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ​ຂອງ​ລັດ​ເພື່ອ​ໂຄ​ສະ​ນາ​ເຜ​ີຍ​ແຜ່, ສຶກ​ສາ, ນຳ​ມະ​ຕິ​ເຂົ້າ​ສ​ູ່​ຊີ​ວິດ:

        “ຄວນ​ສ້າງ​ແຜນ​ການ​ເຄື່ອນ​ໄຫວ​ຂອງວາ​ລະ​ສານກອມ​ມູ​ນິດ​ຕາມ​ທິ​ດ​ຈັດ​ຕັ້ງ​ການ​ໂຄ​ສະ​ນາ, ເຜ​ີຍ​ແຜ່​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ​ຢ່າງ​ມີ​ລະ​ບົບ. ເພີ່ມ​ທະ​ວີ​ບັນ​ດາ​ບົດ​ຂຽນ​ຕົວ​ຈິງ, ສ​ືບ​ສວນ, ຄົ້ນ​ຄ້​ວາ, ແລກ​ປ່ຽນ​ບັນ​ດາ​ຄຳ​ເຫັນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ເພື່ອ​ບັນ​ລຸ​ໄດ້​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ສະຕິ​ຮັບ​ຮູ້ ແລະ ການກ​ະ​ທຳ, ເຮັດ​ໃຫ້​ໂຄງ​ການ​ການ​ເມືອງ, ແນວ​ທາງ​ຂອງ​ພັກກະ​ຈ່າງ​ແຈ້ງ ແລະ ເລິກ​ເຊິ່ງ, ລະ​ອຽດ​.”

        ທ່ານ ເລ​ຮົ່ງ​ເອງ ສະ​ເໜີ​ໃຫ້​ວາ​ລະ​ສານກອ​ມ​ມູ​ນິດ ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ ແລະ ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ທິດ​ສະ​ດີ​ການ​ເມືອງ, ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ທິດ​ສະ​ດີ​ການ​ເມືອງ​ຂອງ​ພັກ.


ຂ່າວ/ບົດ​ອື່ນ