ວຽກງານອະໄພຍະໂທດຕ້ອງຮັບປະກັນຄວາມຍຸຕິທຳ, ພາວະວິໄສ, ເປີດເຜີຍ, ກະຈ່າງແຈ້ງ

(VOVWORLD) - ວຽກງານອະໄພຍະໂທດແມ່ນມູນເຊື້ອມະນຸດສະທຳຂອງຊາດ ແລະ ນະໂຍບາຍອະໄພໂທດຂອງພັກ, ລັດ ຫວຽດນາມ.
ວຽກງານອະໄພຍະໂທດຕ້ອງຮັບປະກັນຄວາມຍຸຕິທຳ, ພາວະວິໄສ, ເປີດເຜີຍ, ກະຈ່າງແຈ້ງ - ảnh 1(ທີ່ການປະຊຸມຖະແຫຼງຂ່າວປະກາດຂໍ້ຕົກລົງອະໄພຍະໂທດປີ 2024 ຂອງປະທານປະເທດ)

        ຕອນເຊົ້າວັນທີ 02 ສິງຫາ, ຢູ່ ຮ່າໂນ້ຍ, ຫ້ອງວ່າການປະທານປະເທດ ໄດ້ສົມທົບກັບກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ສານປະຊາຊົນສູງສຸດ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ຈັດການປະຊຸມຖະແຫຼງຂ່າວປະກາດຂໍ້ຕົກລົງອະໄພຍະໂທດປີ 2024 ຂອງປະທານປະເທດ.

        ທີ່ການປະຊຸມຖະແຫຼງຂ່າວ, ທ່ານຮອງຫົວໜ້າຫ້ອງວ່າການປະທານປະເທດ ຫວຽດນາມ ຟ້າມແທັງຮ່າ ຢືນຢັນວ່າ, ວຽກງານອະໄພຍະໂທດແມ່ນມູນເຊື້ອມະນຸດສະທຳຂອງຊາດ ແລະ ນະໂຍບາຍອະໄພໂທດຂອງພັກ, ລັດ ຫວຽດນາມ. ວຽກງານອະໄພຍະໂທດຍາມໃດກໍ່ເຄົາລົບລັດຖະທຳມະນູນ ແລະ ກົດໝາຍ, ຮັບປະກັນລັກສະນະພາວະວິໄສ, ເປີດເຜີຍ, ກະຈ່າງແຈ້ງ.

        ເມື່ອຕອບຄຳຖາມກ່ຽວກັບຜູ້ຖືສັນຊາດຕ່າງປະເທດພວມປະຕິບັດຄຳສັດສິນຂອງສານຢູ່ບັນດາຮາກຖານກັກຕົວຂອງ ຫວຽດນາມ ແລະ ຄາດຄະເນຈຳນວນຜູ້ໄດ້ຮັບອະໄພຍະໂທດເນື່ອງໃນໂອກາດວັນຊາດ ຫວຽດນາມ ທີ 2 ກັນຍາ ປີ 2024, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຮ່າກິມງອັກ, ໃຫ້ຮູ້ວ່າ:

        “ປະຈຸບັນ, ມີນັກໂທດຖືສັນຊາດຕ່າງປະເທດປະມານ 643 ຄົນພວມປະຕິບັດຕາມຄຳຕັດສິນຂອງສານຢູ່ບັນດາຮາກຖານກັກຕົວຂອງ ຫວຽດນາມ. ພາຍຫຼັງການສຳຫຼວດກວດກາສຳເນົາເອກະສານ, ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ຈະປະກາດຕົວເລກນັກໂທດຖືສັນຊາດຕ່າງປະເທດທີ່ໄດ້ຮັບອະໄພຍະໂທດໃນຄັ້ງນີ້ຢ່າງລະອຽດ”.

ຕອບກັບ

ຂ່າວ/ບົດ​ອື່ນ