ວິໄສທັດໃໝ່, ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕເສດຖະກິດໃນສັງກາດໃໝ່

(VOVWORLD) - ວັນທີ 05 ທັນວາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ 2018 (VRDF) ດ້ວຍຫົວຂໍ້ວ່າ: “ວິໄສທັດໃໝ່, ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕເສດຖະກິດໃນສັງກາດໃໝ່”.
ວິໄສທັດໃໝ່, ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕເສດຖະກິດໃນສັງກາດໃໝ່ - ảnh 1 ເວທີປາໄສປະຕິຮູບ ແລະ ພັດທະນາ ຫວຽດນາມ 2018 (ພາບ: VGP)

ທີ່ເວທີປາໄສ, ຜູ້ແທນ 500 ຄົນລວມມີບັນດານັກຊ່ຽວຊານ, ການນຳວິສາຫະກິດ, ມະຫາວິທະຍາໄລໃນໂລກ ໄດ້ຍົກອອກຂໍ້ສະເໜີແນະນະໂຍບາຍຊ່ວຍ ຫວຽດນາມ ຊຸກຍູ້ການເຕີບໂຕ ແລະ ການພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊິີ້ແຈ້ງວ່າ: ຫວຽດນາມ ຈະສືບຕໍ່ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ ເພື່ອຫັນເປັນ 3 ບາດກ້າວບຸກທະລຸຍຸດທະສາດຢ່າງແທດຈິງ ເພື່ອຮັບໃຊ້ການຮຽກຮ້ອງຕ້ອງການການພັດທະນາ. ທ່ານກ່າວວ່າ:

        ລັດຖະບານຈະເພີ່ມຄວາມໄວໃນການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ສ້າງຊ່ອງທາງແລກປ່ຽນໂດຍກົງລະຫວ່າງປະຊາຊົນ ແລະ ອຳນາດການປົກຄອງ, ສ້າງກົນໄກ ເຊິ່ງບັນດາອົງການໃນສັງຄົມອາດຈະເຂົ້າຮ່ວມຢ່າງມີປະສິດທິຜົນ, ໂດຍກົງເຂົ້າໃນວິວັດການສ້າງນະໂຍບາຍ.

        ພ້ອມກັນກັບການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ລັດຖະບານຈະເພີ່ມເຕີມ 2 ບາດກ້າວບຸກທະລຸໃໝ່, ຖືນັ້ນແມ່ນ 2 ກຳລັງໜູນການເຕີບໂຕສຳຄັນຂອງ ຫວຽດນາມ ໃນທົດສະວັດຈະມາເຖິງ, ໃນນັ້ນ ມີການຊຸກຍູ້ກຳລັງຄວາມສາມາດປະດິດຕິດສ້າງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ນັບແຕ່ປີ 2019, ລັດຖະບານກໍ່ກະກຽມຍຸດທະສາດການພັດທະນາໃໝ່ໃຫ້ໄລຍະ 2021 – 2030, ແຜນການພັດທະນາເສດຖະກິດສັງຄົມ 2021 – 2025 ແລະ ກະກຽມບັນດາໂຄງການດຳເນີນງານ, ສ້າງພື້ນຖານມຸ່ງໄປສູ່ວິໄສທັດ 2045.

ຕອບກັບ

ຂ່າວ/ບົດ​ອື່ນ