ສິ່ງຍອດ​ຍິ່ງທາງ​ດ້ານ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ ເຊື່ອມ​ຕໍ່ ຫວຽດ​ນາມ ກັບ ອິນ​ເດຍ

(VOVWORLD) - ງານບຸນ ທີ່ດຳເນີນພາຍໃນ 2 ວັນນີ້ ນອນໃນຂອບເຂດງານວາງສະແດງອາຫານ ແລະ ເຄື່ອງບໍລິໂພກໃນພັດຕະຄານ - ໂຮງແຮມສາກົນ ອິນເດຍ (IHE) 2024.

ວັນທີ 04 ສິງຫາ, ງານບຸນອາຫານການກິນ ຫວຽດນາມ ໄດ້ໄຂຂຶ້ນຢູ່ສູນຕະຫຼາດນັດ ແລະ ວາງສະແດງ ອິນເດຍ ຢູ່ Noida, ລັດ Utra Pradesh, ພາກເໜືອ ອິນເດຍ. ງານບຸນ ທີ່ດຳເນີນພາຍໃນ 2 ວັນນີ້ ນອນໃນຂອບເຂດງານວາງສະແດງອາຫານ ແລະ ເຄື່ອງບໍລິໂພກໃນພັດຕະຄານ - ໂຮງແຮມສາກົນ ອິນເດຍ (IHE) 2024. ເຫດການດັ່ງກ່າວໂດຍ ຫ້ອງການການຄ້າ  - ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ສົມທົບກັບສະຫະສະມາຄົມວັດທະນະທຳອາຫານ ຫວຽດນາມ, Vietnam Airlines, Vietravel ແລະ ບໍລິສັດຫຸ້ນສ່ວນອາຫານ Uniben.      

        ໃນມື້ທຳອິດຂອງງານບຸນ, ບັນດາພໍ່ຄົວແມ່ຄົວໄດ້ປຸງແຕ່ງເຍື່ອງອາຫານຕ່າງໆທີ່ເປັນເອກະລັກຂອງ ຫວຽດນາມ, ເຊັ່ນ: ເຝີໄກ່, ພັນຢໍ່ຂາວ. ເຍື່ອງອາຫານເຫຼົ່ານີ້ ບໍ່ພຽງແຕ່ມີຊື່ສຽງຍ້ອນມີລົດຊາດທີ່ເປັນເອກະລັກເທົ່ານັ້ນ ຫາກຍັງສ່ອງແສງເຖິງມໍລະດົກ ແລະ ລົດຊາດອັນອຸດົມສົມບູນຂອງອາຫານ ຫວຽດນາມ ອີກດ້ວຍ.

        ໃນມື້ສຸດທ້າຍ, ຄະນະຈັດຕັ້ງ ຫວຽດນາມ ສືບຕໍ່ແນະນຳອາຫານຂອງປະເທດເຖິງບັນດາວິສາຫະກິດໃນຂະແໜງໂຮງແຮມ, ພັດຕະຄານ. ນີ້ແມ່ນໂອກາດເພື່ອໃຫ້ແຂກໄດ້ຮັບຊີມບັນດາເຍື່ອງອາຫານທີ່ມີຊື່ສຽງຂອງ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ