ສຸ້ຊົນນຳວົງເງິນການຄ້າ ຫວຽດນາມ - ຈີນ ຂຶ້ນ 60 ຕື້ USD ໃນປີ 2015

ສຸ້ຊົນນຳວົງເງິນການຄ້າ ຫວຽດນາມ - ຈີນ ຂຶ້ນ 60 ຕື້ USD ໃນປີ 2015 - ảnh 1
​ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ຮ່ວມ​ມື​ເສດຖະກິດ ການ​ຄ້າ ຫວຽດນາມ - ຈີນ
(ພາບ: ກະຊວງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ)

(vovworld) – ຕອນ​ບ່າຍ​ວັນ​ທີ 22/4 ຢູ່​ຮ່າ​ໂນ້ຍ, ກະຊວງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ບັນດາ​ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ຮ່ວມ​ມື​ເສດຖະກິດ ການ​ຄ້າ ຫວຽດນາມ - ຈີນ. ທ່ານ ດ່າວງອກ​ເຈືອງ, ຮອງ​ຫົວໜ້າ​ກົມ​ຕະຫລາ​ດ ອາຊີ - ປາຊີ​ຟີ​ກ, ຜູ້ຕາງໜ້າ​ຂອງ​ກະຊວງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ​ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້​ແລກ​ປ່ຽນ​ບັນດາ​ມາດຕາ​ການ​ເພື່ອ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ໂດຍ​ການ​ນຳ 2 ປະ​ເທດ​ໄດ້​ວາງ​ອອກ, ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​​ເຖິງ 60 ຕື້ USD ​ໃນ​ປີ 2015, ຫລຸດຜ່ອນ​ມຸນ​ຄ່າ​ການ​ນຳ​ເຂົ້າ​ເກີນ​ດຸນ​ຈາກ ຈີນ, ​ເຮັດ​ໃຫ້ການ​ຄ້າ​ເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ​ປອດ​ໄສ. ນັບ​ແຕ່​ກອງ​ປະຊຸມ​ຄັ້ງ​ທີ 7 ຂອງຄະນະ​ກຳມະການ​ຮ່ວມ​ມື​ເສດຖະກິດ ການ​ຄ້າ ຫວຽດນາມ - ຈີນ ມາ​ຮອດ​ປະຈຸ​ບັນ, ການ​ພົວພັນ​ການ​ຄ້າ​ລະຫວ່າງ ຫວຽດນາມ - ຈີນ ​ມີ​ບາດກ້າວ​ພັດທະນາຢ່າງ​ແຂງ​ແຮງ. ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ​ກ່ວາ 41 ຕື້ USD ​ໃນ​ປີ 2012. ​​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ສ້າງ​ຕັ້ງຫ້ອງການ​ສົ່ງ​ເສີມ​ການ​ຄ້າ 5 ​ແຫ່ງ​ປະຈຳ ຈີນ.

ຂ່າວ/ບົດ​ອື່ນ