ສັນຍາ ເຊີແນວ - ກຳລັງໜູນໃຫ້ແກ່ຂະແໜງການຕ່າງປະເທດ ຫວຽດນາມ ໄລຍະປ່ຽນແປງໃໝ່

(VOVWORLD) - ສິລະປະໃນການພົວພັນທາງການທູດແມ່ນຕ້ອງຮູ້ຢຸດຢູ່ບ່ອນໃດ ແລະ ພິເສດແມ່ນກຳແໜ້ນກາລະໂອກາດເພື່ອຍາດໄດ້ທ່າແຮງສຳຄັນໃນການສ້າງສັນຕິພາບ
ສັນຍາ ເຊີແນວ - ກຳລັງໜູນໃຫ້ແກ່ຂະແໜງການຕ່າງປະເທດ ຫວຽດນາມ ໄລຍະປ່ຽນແປງໃໝ່ - ảnh 1ທ່ານຮອງສາດສະດາຈານ ເຢືອງວັນກວາງ, ອະດີດຫົວໜ້າສະຖາບັນການຕ່າງປະເທດ
(ພາບ: nhandan.vn)

        ວັນທີ 21 ກໍລະກົດ, ຄົບຮອບ 70 ປີແຫ່ງວັນເຊັນສັນຍາ ເຊີແນວ ກ່ຽວກັບການຢຸດຕິສົງຄາມຢູ່ ຫວຽດນາມ (21 ກໍລະກົດ 1954 21 ກໍລະກົດ 2024). ຕາມບັນດານັກຊ່ຽວຊານຄົ້ນຄວ້າແລ້ວ, ສັນຍາ ເຊີແນວ ໄດ້ນຳມາເຊິ່ງບັນດາບົດຮຽນທີ່ລ້ຳຄ່າ, ກາຍເປັນກຳລັງໜູນໃຫ້ແກ່ຂະແໜງການທູດໃນໄລຍະປ່ຽນແປງໃໝ່.

        ຕາມທ່ານຮອງສາດສະດາຈານ ເຢືອງວັນກວາງ, ອະດີດຫົວໜ້າສະຖາບັນການຕ່າງປະເທດ ແລ້ວ, ສິລະປະໃນການພົວພັນທາງການທູດແມ່ນຕ້ອງຮູ້ຢຸດຢູ່ບ່ອນໃດ ແລະ ພິເສດແມ່ນກຳແໜ້ນກາລະໂອກາດເພື່ອຍາດໄດ້ທ່າໄດ້ປຽບສຳຄັນໃນການສ້າງສັນຕິພາບ, ແກ້ໄຂບັນດາຄວາມບໍ່ລົງລອຍກັນ, ການປະທະກັນ. ທ່ານໃຫ້ຂໍ້ສັງເກດວ່າ, ຍຸດທະສາດດ້ານການທູດທີ່ອ່ອນນວນໃນໄລຍະດຳເນີນການເຈລະຈາສັນຍາ ເຊີແນວ ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ເສີມຂະຫຍາຍຍຸດທະສາດ “ໄມ້ໄຜ່” ໃນໄລຍະປ່ຽນແປງໃໝ່.

        ໂດຍມີຂໍ້ສັງເກດໃນສະພາບການໃໝ່, ທ່ານ ຫວູເລທາຍຮ່ວາງ, ຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດການພົວພັນຕ່າງປະເທດ, ສະຖານບັນການຕ່າງປະເທດ ຫວຽດນາມ, ເນັ້ນໜັກວ່າ:

        “ສຳລັບລຸ້ນປະຈຸບັນ, ເລື່ອງເຊື່ອມຊຶມ, ມີຄວາມເຂົ້າໃຈຢ່າງຖືກຕ້ອງຂອບຂະໜາດ, ຄວາມໝາຍ, ຄຸນຄ່າຂອງບັນດາບົດຮຽນນັ້ນ ແລະ ໝູນໃຊ້ຄືແນວໃດເຂົ້າໃນພຶດຕິກຳຕົວຈິງສຳລັບການພົວພັນຕ່າງປະເທດຂອງ ຫວຽດນາມ ໃນປະຈຸບັນແມ່ນໜ້າທີ່ສຳຄັນທີ່ສຸດ. ທັງຕ້ອງຕິດພັນກັບບັນດາຄຸນຄ່າແກ່ນສານ, ບັນດາຫຼັກການໃນບົດຮຽນນັ້ນ, ແຕ່ການໝູນໃຊ້ກໍ່ຕ້ອງມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ, ສ້າງພື້ນຖານທາງການທູດ, ການຕ່າງປະເທດ ຫວຽດນາມ ຢ່າງຮອບດ້ານ, ທັນສະໄໝ”.

ຕອບກັບ

ຂ່າວ/ບົດ​ອື່ນ