ຝ​ລັ່ງ​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີ ຄົນໃໝ່ Michel Barnier ໃຫ້ຮູ້ວ່າ ພື້ນຖານການເມືອງຝລັ່ງພວມຢູ່ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກ ແລະ ໃຫ້ຄຳໝັ້ນສັນຍາຈະມີການປ່ຽນແປງຢ່າງເໝາະສົມກັບຄວາມມຸ່ງຫວັງຂອງ ປະຊາຊົນຝລັ່ງ.
ຝ​ລັ່ງ​ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່ - ảnh 1ທ່ານ Michel Barnier ນາຍົກລັດຖະມົນຕີຄົນໃໝ່ ຂອງຝລັ່ງ (ພາບ: Sud-Ouest)

ວັນທີ 5 ກັນຍາ, ຫ້ອງວ່າການປະທານາທາບໍດີ ຝລັ່ງໃຫ້ຮູ້ວ່າ ທ່ານ Michel Barnier, ອະດີດຫົວໜ້າຄະນະເຈລະຈາ Brexit ຂອງ EU ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ຄົນໃໝ່ຂອງຝລັ່ງ, ສິ້ນສຸດ 2 ເດືອນວິວັດການສ້າງຕັ້ງລັດຖະບານຊຸດໃໝ່ ທີ່ຕົກເຂົ້າສູ່ສະພາບຈົນຕາແຈ ພາຍຫຼັງການເລືອກຕັ້ງສະພາຕ່ຳ.

ກ່າວຄຳເຫັນທີ່ພິທີຮັບດຳລົງຕຳແໜ່ງໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຄົນໃໝ່ Michel Barnier ໃຫ້ຮູ້ວ່າ ພື້ນຖານການເມືອງຝລັ່ງພວມຢູ່ໃນຈຸດເວລາປະສົບກັບຄວາມຫຍຸ້ງຍາກ ແລະ ໃຫ້ຄຳໝັ້ນສັນຍາຈະມີການປ່ຽນແປງຢ່າງເໝາະສົມກັບຄວາມມຸ່ງຫວັງຂອງ ປະຊາຊົນຝລັ່ງ. ທ່ານກໍ່ເນັ້ນໜັກເຖິງບັນດາບັນຫາຈຸດສຸມໃນເວລາຈະມາເຖິງແມ່ນປັບປຸງການບໍລິການສາທາລະນະ, ຍົກສູງຄະນະພາບການສຶກສາ, ເພີ່ມທະວີຄວາມໝັ້ນຄົງ, ຄວບຄຸມຜູ້ເຂົ້າມາຕັ້ງຖິ່ນຖານ ກໍ່ຄືປັບປຸງຄຸນນະພາບການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ