ສັນຍານຕັ້ງໜ້າໃຫ້ແກ່ການເຈລະຈາຮອບໃໝ່ກ່ຽວກັບໂຄງການ ນິວເຄຼຍ ອີຣານ

ສັນຍານຕັ້ງໜ້າໃຫ້ແກ່ການເຈລະຈາຮອບໃໝ່ກ່ຽວກັບໂຄງການ ນິວເຄຼຍ ອີຣານ - ảnh 1
ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ອີຣານໃກ້ຈະເຊື່ອມຕໍ່ຄືນໃໝ່
  (ພາບ: internet )


Vovworld- ກ່າວ​ຄຳ​ເຫັນ​ທາງ​ສື່​ມວນ​ຊົນ ອີຣານ​ເມື່ອ​ວັນທີ 23/10, ທ່ານ​ຮອງ​ເລຂາ​ທິການ​ໃຫຍ່​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ສູງ​ສຸດ​ອີຣານ Ali Baqeri ​ໃຫ້​ຮູ້​ວ່າ ຜູ້ຕາງໜ້າ​ກຸ່ມ P5+1 ຊຶ່ງ​ລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາ​ມໝັ້ນຄົງ ສ.ປ.ຊ ​ແລະ ​ເຢຍລະ​ມັນ, ​ໄດ້​ພົວພັນ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ ອີຣານ​ເພື່ອ​ປຶກສາ​ຫາລື​ເລື່ອງ​ເຊື່ອມ​ຕໍ່​ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍທີ່​ກໍ່​ການ​ຖົກ​ຖຽງ​ກັນຂອງ​ປະ​ເທດ​ນີ້. ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ເລຂາ​ທິການ​ໃຫຍ່​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ສູງ​ສຸດ​ອີຣານ Ali Baqeri ​ເນັ້ນ​ໜັກ​ວ່າ ​ເຕ​ເຮຣານພ້ອມ​ແລ້ວ ຈະເຊື່ອມ​ຕໍ່​ການ​ເຈລະຈາກັບ ກຸ່ມ P5+1 ຖ້າ​ຫາກ​ກຸ່ມ​ປະ​ເທດ​ນີ້​ສະ​ແດງ​ເຈດ​ຕະນາ​ດີ.

   ​ໃນ​ຂະນະ​ນັ້ນ, ທ່ານລັດຖະມົນຕີ​ກະຊວງ​ນ້ຳມັນ​ເຊື້ອ​ໄຟ ອີຣານ Rostam Qasemi ​ໄດ້​ກ່່າວ​ເຕືອນ​ວ່າ ອີຣານຈະ​ຢຸດ​ທຸກ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ນ້ຳມັນ​ຖ້າ​ຫາກ​ອາ​ເມ​ລິ​ກາ​ເພີ່​ມທະວີ​ບັນດາ​ຄຳ​ສັ່ງ​ລົງ​ໂທດ. ທ່ານລັດຖະມົນຕີ​ກະຊວງ​ນ້ຳມັນ​ເຊື້ອ​ໄຟ ອີຣານ Rostam Qasemi ປະກາດ​ວ່າ ປະຈຸ​ບັນ ອີຣານຍັງ​ຄົງ​ຮັກສາ​ການ​ຜະລິດ​ນ້ຳມັນ 4 ລ້ານ​ຖັງ​/ວັນ ​ແລະ ປະຕິ​ເສດ​ຂ່າວ​ຄາວ​ທີ່​ວ່າ ປະລິ​ມາ​ການ​ຜະລິດ​ນ້ຳມັນ​ຂອງ​ປະ​ເທດ​ນີ້​ໄດ້​ຫຼຸດ​ລົງ​ເຫຼືອ​ພຽງ 2,7ລ້ານຖັງ/ວັນ.

ຂ່າວ/ບົດ​ອື່ນ