ສືບຕໍ່ກອງປະຊຸມຄັ້ງທີ 23 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ

(VOVWORLD) -ໂດຍສືບຕໍ່ກອງປະຊຸມຄັ້ງທີ 23 ຂອງຄະນະປະຈຳສະພາແຫ່ງຊາດ, ຕອນເຊົ້າວັນທີ 17 ເມສາ, ບັນດາຜູ້ແທນແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ວຽກງານກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

ສືບຕໍ່ກອງປະຊຸມຄັ້ງທີ 23 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ - ảnh 1ສືບຕໍ່ກອງປະຊຸມຄັ້ງທີ 23 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ

(ພາບ: TTXVN)

ຄະນະປະຈຳສະພາແຫ່ງຊາດໄດ້ເປັນເອກະພາບເນື້ອໃນຂອງກອງປະຊຸມສະໄໝສາມັນເທື່ອນີ້ໄດ້ຮັບການປັບປຸງ, ຖອນ 4 ຮ່າງກົດໝາຍອອກຈາກລາຍການຄາດຄະເນ. ຄາດວ່າ, ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ຈະຖືກໄຂຂຶ້ນໃນວັນທີ 21 ພຶດສະພາ ແລະ ຈະອັດລົງໃນວັນທີ 14 ມິຖຸນາ 2018.

      ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງລາຍການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປີ 2019.

      ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດອັດກອງປະຊຸມ. ກ່ອນໜ້ານັ້ນ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍປັບປຸງ, ເພີ່ມເຕີ່ມບາງຂໍ້ມາດຕາຂອງບັນດາກົດໝາຍຄື: ກໍ່ສ້າງ, ເຮືອນຢູ່, ການວາງແຜນຜັງຕົວເມືອງ, ດຳເນີນທຸລະກິດອະສັງຫາລິມະຊັບ.

ຕອບກັບ

ຂ່າວ/ບົດ​ອື່ນ