ສືບຕໍ່ຍູ້ແຮງການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານຫວຽດນາມ- ສະຫະພັນລັດເຊຍ.

ສືບຕໍ່ຍູ້ແຮງການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານຫວຽດນາມ- ສະຫະພັນລັດເຊຍ. - ảnh 1

ຫວຽດນາມ-​ສະຫະພັນ​ລັດ​ເຊຍ

ພັດທະນາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ

(ພາບ:vov.vn)

(vovworld) – ການ​ພັດທະນາ​ຢ່າງ​ແຮງ​ຂອງ​ການ​ພົວພັນ​ເຈລະ​ຈາການ​ເມືອງ​ລັດ​ເຊຍ-​ຫວຽດນາມ ​ໄດ້​ຢັງ​ຢືນ​ອີກ​ເທື່ອ​ໜຶ່ງ​ລັກສະນະ​ພິ​ເສດ​ເລິກ​ເຊິ່ງ​ໃນ​ການ​ພົວພັນ​ລັດ​ເຊຍ-​ຫວຽດນາມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ສອງ​ຝ່າຍ​ໃນ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ສອງ​ຝ່າຍ. ນັ້ນ​ແມ່ນ​ຄຳ​ເຫັນ​ຂອງທ່ານ​ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ ປະຈຳ​ຫວຽດນາມ A.G.Kovtun  ທີ່​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ການ​ພັດທະນາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ສະຫະພັນ​ລັດ​ເຊຍ ປີ 2012 ຊື່​ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 28/12 ທີ່​ຮ່າ​ໂນ້ຍ. ນະ​ທີ່​ນີ້, ທ່ານ A.G.Kovtun  ​ເນັ້ນໜັກ​ວ່າ:

   “ບັນດາ​ການ​ພົວພັນລະຫວ່າງ​ລັດ​ເຊຍ-​ຫວຽດນາມ ກາຍ​ເປັນ​ການ​ພົວພັນ​ຮອບດ້ານ​ຢ່າງ​ແທດ​ຈິງ, ພວມ​ພັດທະນາ​ຕາມ​ຫຼາຍ​ທິດ​ສຳຄັນ. ການ​ພົວພັນ​ສອງ​ປະ​ເທດ​ມີ​ລັກສະນະ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ, ​ເຄົາລົບ​ນັບຖື​ບັນດາ​ມູນ​ເຊື້ອ​ຂອງ​ກັນ ​ແລະ ມີ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ກັນ. ຂ້າພະ​ເຈົ້າ​ເນັ້ນນັກ​ວ່າ: ການ​ພັດທະນາ​ການ​ພົວພັນ​ກັບ​ຫວຽດນາມ ຍັງ​ແມ່ນ​ການ​ໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດ​ເຊຍ ຢູ່​ອາຊີ ​ແລະ ມັນ​ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ຊາດ​ພວກ​ເຮົາ​ເວົ້າສ​ະ​ເພາະ, ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ພາກ​ພື້ນອາຊີ-​ປາຊີ​ຟິກ​ເວົ້າລວມ

ຂ່າວ/ບົດ​ອື່ນ