ສືບຕໍ່ຍູ້ແຮງວຽກງານເບິ່ງແຍງດູແລແລະເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ

ສືບຕໍ່ຍູ້ແຮງວຽກງານເບິ່ງແຍງດູແລແລະເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ - ảnh 1
ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ
ພາບ:chinhphu.vn

(vovworld)-​ວັນ​ທີ 20/3 ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ຜູ້​ອາ​ຍຸ​ສູງ​ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ແຜນ​ການ​ເຄື່ອນ​ໄຫວ​ປີ 2015. ເມື່​ອ​ສະ​ຫລຸບກອງ​ປະ​ຊຸ​ມ, ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ໄດ້​ຍ້ອງ​ຍໍ​ສັນ​ລະ​ເສີນ, ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽກ​ວັບ​ຜູ້​ອາ​ຍຸ​ສູງ ແລະ​ທຸກ​ຂັ້ນ, ຂະ​ແຫນງ​ການ​ຕ່າງໆ​ໃນ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ຜູ້​ອາ​ຍຸ​ສູງ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ຄວນ​ສ​ືບ​ຕໍ່​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າ​ດ້ວຍ​ຜູ້​ອາ​ຍຸ​ສູງ, ຮັບ​ປະ​ກັນ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ຜູ້​ອາ​ຍຸ​ສູງ, ຍູ້​ແຮງວຽກ​ງານ​ເບິ່ງ​ແຍງ​ດູ​ແລ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຜູ້​ອາ​ຍຸ​ສູງ.

 

 

ຂ່າວ/ບົດ​ອື່ນ