ສືບຕໍ່ບຸລິມະສິດຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານແລະເລິກເຊິ່ງ

ສືບຕໍ່ບຸລິມະສິດຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານແລະເລິກເຊິ່ງ - ảnh 1
(ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ)

(vovworld) - ​ໃນວາ​ລະ​ປະ​ຊຸມ​ຂ່າ​ວ​ນັດ​ສາ​ມັນຂອງ​ກະ​ຊວງກ​ານ​ຕ່າງ​ປະ​ເທດ, ຕອນ​ບ່າຍ​ວັນ​ທີ 12/01, ຢູ່​ຮ່າ​ໂນ້ຍ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ ໄດ້​ແຈ​້ງ​ໃຫ້​ຊາບ​ບັນ​ດາ​ຜົນ​ງານ​ດ້ານ​ການ​ທູດ​ຂອງ​ຫວຽດ​ນາມ​ ໃນ​ປີ 2016 ແລະ ການ​ເຄື່ອນ​ໄຫວ​ບາງ​ຢ່າງ​ພົ້ນ​ເດັ່ນ​ໃນ​ປີ 2017. ທ່ານ​ ເລ​ຫາຍ​ບິ່ງ ໃຫ້​ຮູ້​ວ່າ, ປີ 2016 ແມ່ນ​ປີ​ທີ່​​ຫວຽດ​ນາມ ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ ແລະ ບັນ​ລຸ​ຜົນ​ສຳ​ເລັດ. ຫວຽດ​ນາມ ສືບ​ຕໍ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ດ້ານ​ການ​ເມືອງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ.

        ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຫາຍ​ບິ່ງ ເນ​ັ້ນ​ໜັກ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ຈະ​ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົົ້າ​ກັບ​ສາ​ກົນ​ຢ່າງ​ຮອ​ບ​ດ້ານ ແລະ ເລິກ​ເຊິ່ງ, ​ນຳ​ຫວຽດ​ນາມ ​ນັບ​ມື້​ນັບ​ພັດ​ທະ​ນາ​​ ແລະ ຕິດ​ພັນພ້ອມ​ກັບ​ໂລກ. ຫວຽດ​ນາມ ຢາກ​ໂຄ​ສະ​ນາ​ເຖິງ​ເພື່ອນ​ມິດ​ສາ​ກົນ​ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມ ​ທີ່​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອນ, ສວຍ​ງາມ, ເປັນ​ສະ​ຖານ​ທີ່​ດຶງ​ດູດ​ການ​ລົງ​ທຶນ, ດຳ​ເນີນ​ທ​ຸ​ລະ​ກິດ ແລະ ທ່ອ​ງ​ທ່ຽວ. ໃນ​ປີ 2017, ເຫດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ ແມ່ນ​ປະ​ເທດ​ເຈ​ົ້າ​ພາບ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ - ປາ​ຊີ​ຟິກ (APEC).

ຂ່າວ/ບົດ​ອື່ນ