ສືບຕໍ່ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ພະຍຸ Son Tinh

​​​​(vovworld) - ຕາມ​ການ​ສະຖິຕິ​ໃນ​ເບື້ອງ​ຕົ້ນ​ຂອງ​ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ພະຍຸ Son Tinh ​ພັດ​ເຂົ້າ​ບັນດາ​ແຂວງ​ໄດ້​ເຮັດ​ໃຫ້ 23 ຄົນ​ຖືກ​ຫາຍ​ສາບ​ສູນ, ພື້ນຖານ​ໂຄງ​ລ່າງ​ຂອງ​ລັດ ​ແລະ ​ເຮືອນ​ຊານ​ຂອງ​ປະຊາຊົນຫລາຍ​ຫລັງ​ຖືກ​ເປ່​ເພ, ກິດຈະກຳ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຖືກ​ເຊາະ​ເຈື່ອ​ນ, ກຳ​ປັ່ນ​ນັບ​ຮ້ອຍ​ລຳ​ຖືກ​ຈົມ​ນ້ຳ ​ແລະ ​ເປ່​ເພ, ​ເນື້ອ​ທີ່​ນາ​ນັບ​ພັນ​ເຮັກຕາຢູ່​ບັນດາ​ທ້ອງ​ຖິ່ນ​ແຄມ​ທະ​ເລ​ຖືກ​ນ້ຳ​ຖ້ວມ. ທີ່​ກາ​ນປະຊຸມ​ດ່ວນ​ປ​ະ​ເມີນ​ຜົນ​ຄວາມ​ເສຍ​ຫາຍ ​ແລະ ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາ​ກພະຍຸ Son Tinh ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 29/10 ຢູ່ ຮ່າ​ໂນ້ຍ, ທ່ານ Cao Duc Phat ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ, ຫົວຫນ້າ​ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພະຍຸ​ນ້ຳ​ຖ້ວມ​ສູນ​ກາງ ​ໄດ້​ສະ​ເຫ​ນີບັນດາ​ທ້ອງ​ຖິ່ນ​ຈົ່ງ​ຮີບ​ດ່ວນ​ຊອກ​ຫາ​ຜູ້​ຖືກ​ຫາຍ​ສາບ​ສູນ, ຫນູນ​ຊ່ວຍ​ປະຊາຊົນ​ກັບ​ຄືນ​ສູ່ຊີວິດ​​ເປ​ັນປົກກະຕິ​ໂດຍ​ໄວ.

ສືບຕໍ່ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ພະຍຸ Son Tinh - ảnh 1
ພະຍຸ Son Tinh ກໍ່ຄວາມເສຍຫາຍຢ່າງຫນັກຫນ່ວງ
ພາບ: vietbao.com

ຂ່າວ/ບົດ​ອື່ນ