(ພາບ: Hanoi.org.vn)
(vovworld)- ສັບປະດາວັດທະນະທຳ Toulouse (ຝະລັ່ງ) ຢູ່ຮ່າໂນ້ຍໄດ້ໄຂຂຶ້ນໃນຕອນຄ່ຳຂອງວັນທີ 4/10 ຢູ່ກຳແພງຮ່ວາງແທງ-ທັງລອງ ໂດຍມີການເຂົ້າຮ່ວມຂອງການນຳນະຄອນຮ່າໂນ້ຍ ແລະ ຄະນະຜູ້ແທນນະຄອນ Toulouse. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຝະລັ່ງ (1973-2013) ແລະ ສອງນະຄອນຮ່າໂນ້ຍ ແລະ Toulouse. ໃນສັບປະດາດັ່ງກ່າວ, ບັນດານັກສິລະປິນນະຄອນ Toulouse ຈະສະແດງບັນດາລາຍການສິລະປະພິເສດສະເພາະ, ນີ້ກໍ່ແມ່ນກາລະໂອກາດພົບປະແລກປ່ຽນລະຫວ່າງນັກສິລະປິນຮ່າໂນ້ຍ ແລະ ນັກສິລະປິນ Toulouse; ໂຄສະນາວັດທະນະທຳ, ສິລະປະຝະລັ່ງຢູ່ຮ່າໂນ້ຍ. ບັນດາການເຄື່ອນໄຫວໃນສັບປະດາລວມມີ: ການສະແດງດົນຕີ, ສາຍຟິນຮູບເງົາ, ສະແດງດົນຕີປະສານສຽງ ແລະ ງານວາງສະແດງ…