ສັບປະດາວັດທະນະທຳ ຫວຽດນາມຢູ່ກຳປູເຈຍ
(ພາບ: Xuân Khu/Vietnam+)
(vovworld)- ສັບປະດາວັດທະນະທຳຫວຽດນາມຢູ່ກຳປູເຈຍ 2014 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 31/8 ຢູ່ນະຄອນຫຼວງພະນົມເປັນ. ນີ້ແມ່ນການເຄື່ອນໄຫວອັນແທດຈິງແນ່ໃສ່ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບ ແລະ ການຮ່ວມມືຂອງສອງຊາດ. ທ່ານເລແຄງຫາຍ ລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເນັ້ນໜັກວ່າ:
“ສັບປະດາວັດທະນະທຳຫວຽດນາມຢູ່ກຳປູເຈຍ ແມ່ນໜຶ່ງໃນບັນດາເຫດການວັດທະນະທຳທີ່ມີຄວາມໝາຍໃຫ່ຍຫຼວງ ແນ່ໃສ່ປະຕິບັດແຜນການຮ່ວມມືດ້ານວັດທະນະທຳສິລະປະລະຫວ່າງສອງປະເທດ. ຂ້າພະເຈົ້າຖືວ່າ, ເຫດການວັດທະນະທຳທີ່ມີຄວາມໝາຍນີ້ ແມ່ນໂອກາດເພື່ອໃຫ້ ປຊຊ ກຳປູເຈຍ ສາມາດເຂົ້າໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ ຫຼາຍກ່ວາ, ປະກອບສ່ວນນຳສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງອັນດີງາມ ແລະ ການຮ່ວມມືລະຫວ່າງ ປຊຊ ສອງປະເທດ ຂຶ້ນສູ່ລະດັບສູງໃໝ່“./.