ສ​ປ​ຊ​ ກ່າວ​ປະ​ນາມ​ກໍລະນີເຂັ່ນ​ຂ້າ​ສາ​ມັນ​ຊົນ ຢູ່​ພາກ​ຕາ​ເວັນ​ຕົກ ນີ​ເຊ

(VOVWORLD) -ມີສາມັນຊົນກ່ວາ 100 ຄົນ ຢູ່ໝູ່ບ້ານສອງແຫ່ງຄື Tchombango ແລະ Zaroumbareye ຖືກຍິງຕາຍໃນວັນທີ 2 ມັງກອນ, ນີ້ແມ່ນກໍລະນີເຂັ່ນຂ້າສາມັນຊົນຄັ້ງຫຼ້າສຸດ ທີ່ເກີດຂຶ້ນຢູ່ພາກຕາເວັນຕົກ ນີເຊໃນສະພາບການ ໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ຮອບທຳອິດຫາກໍ່ໄດ້ປະກາດກ່ອນໜ້ານັ້ນ 2 ວັນ.
ສ​ປ​ຊ​ ກ່າວ​ປະ​ນາມ​ກໍລະນີເຂັ່ນ​ຂ້າ​ສາ​ມັນ​ຊົນ ຢູ່​ພາກ​ຕາ​ເວັນ​ຕົກ ນີ​ເຊ - ảnh 1ກໍລະນີເຂັ່ນຂ້າສາມັນຊົນ ຢູ່ພາກຕາເວັນຕົກ ນີເຊ (ພາບ: Al Jazeera)

ວັນທີ 4 ມັງກອນ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ກ່າວປະນາມຢ່າງແຮງຕໍ່ບັ້ນບຸກໂຈມຕີ ເຂັ່ນຂ້າສາມັນຊົນໃນວັນທີ 2 ມັງກອນ ຢູ່ໝູ່ບ້ານ 2 ແຫ່ງຂຶ້ນກັບເຂດ Tillabery ຢູ່ພາກຕາເວັນຕົກນີເຊ, ໃກ້ກັບຊາຍແດນຂອງມາລີ. ໃນແຈ້ງການສະບັບໜຶ່ງ, ທ່ານ ເລຂາທິການໃຫຍ່ Antonio Guterres ໄດ້ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ນີເຊ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊອກຫາຜູ້ໜູນຫຼັງກໍລະນີບຸກໂຈມຕີ ດັ່ງກ່າວ ໂດຍໄວ. ທ່ານກໍ່ຢັ້ງຢືນຄືນໃໝ່ວ່າ ສປຊຍາມໃດກໍ່ສາມັກຄີ ແລະ ສະໜັບສະໜູນລັດຖະບານ ແລະ ປະຊາຊົນນີເຊ ໃນບັ້ນຕໍ່ສູ້ຕ້ານພວກກໍ່ການຮ້າຍ, ການໃຊ້ຄວາມຮຸນແຮງ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ.

        ມີສາມັນຊົນກ່ວາ 100 ຄົນ ຢູ່ໝູ່ບ້ານສອງແຫ່ງຄື Tchombango ແລະ Zaroumbareye ຖືກຍິງຕາຍໃນວັນທີ 2 ມັງກອນ, ນີ້ແມ່ນກໍລະນີເຂັ່ນຂ້າສາມັນຊົນຄັ້ງຫຼ້າສຸດ ທີ່ເກີດຂຶ້ນຢູ່ພາກຕາເວັນຕົກ ນີເຊໃນສະພາບການ ໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ຮອບທຳອິດຫາກໍ່ໄດ້ປະກາດກ່ອນໜ້ານັ້ນ 2 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ