ສປຊ ປຶກສາຫາລືມາດຕະການປົກປ້ອງບັນດານັກຂ່າວສະຫນາມຮົບ


ສປຊ ປຶກສາຫາລືມາດຕະການປົກປ້ອງບັນດານັກຂ່າວສະຫນາມຮົບ - ảnh 1
ປົກ​ປ້ອງ​ບັນດາ​ນັກ​ຂ່າວ​​
ພາບ:internet


(vovworld)-ວັນ​ທີ 17/7 ທີ່ສຳນັກງານ​ຂອງ ສປຊ ຢູ່ນິວຢອກ, ສະຫະລັດ​ອາ​ເມ​ລິ​ກາ, ສະພາ​ຄວາມ​ໝັ້ນຄົງ ສປຊ ​ຈັດ​ວາລະ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ ຫົວ​ຂໍ້: ປົກ​ປ້ອງ​ບັນດາ​ນັກ​ຂ່າວ​​ເມື່ອປະຕິບັດງານ​ຢູ່​ບັນດາ​ສະຖານ​ທີ່​ເກີດການ​ປະ​ທະ​ກັນ, ສົງຄາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ Jan Eliasson ຮອງ​ເລຂາທິກ​ານ​ໃຫຍ່ຜູ້​ທີ​ຫນຶ່ງ ສປຊ ​ໄດ້​ເນັ້ນ​ຫນັກ​ວ່າ: ສະພາບ​ການ​​ໄລ່​ຈັບ ​ແລະ ​ເຂ່ັນ​ຂ້າ​ນັກ​ຂ່າວ​ພວມ​ປະຕິບັດ​ງານ​ຢູ່​ເຂດ​ເກີດ​ເຫດ​ນັບ​ມື້​ນັບ​ຮ້າຍ​ແຮງ​ກວ່າ. ​ໃນ​ຫນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ, ມີ​ນັກ​ຂ່າວ​ກວ່າ 600 ຄົນ​ຖືກ​ເຂັ່ນ​ຂ້າ, ນອກ​ນັ້ນ​ຍັງ​ມີ​ນັກ​ຂ່າວ​ຫລາຍ​ຄົນ​ຖືກຮີບ​ເອົາ​ອຸປະກອນ​ດຳ​ເນີນ​ງານ ​ແລະ ຖືກ​ທູບ​ຕີ​ທໍລະມານ​ຫລື​​​ຖືກ​ຈັບເປັນ​ຕົວ​ປະການ ​ແລະ ​ໃນຈຳນວນ 90% ກໍລະນີ​ດັ່ງກ່າວ ກົດໝາຍ​ຂອງ​ປະ​ເທດ​ປະຈຳ​ຖິ່ນ​ບໍ່ສັ່ງ​ຟ້ອງດຳ​ເນີນ​ຄະດີ​ທາງ​ອາຍາ. ​ເຈົ້າ​ຫນ້າ​ທີ່​ຂອງສປຊ ​ໄດ້ຮຽກຮ້ອງ  ສະພາ​ຄວາມ​ໝັ້ນຄົງ ສປຊ ​ແລະ ທຸກ​ປະ​ເທດ​ສະມາຊິກ ສະ​ແດງ​ໃຫ້​ເຫັນ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃນ​ການ​ປົກ​ປ້ອງບັນດາ​ນັກ​ຂ່າວ ​ເປັນ​ຕົ້ນ​​ແມ່ນຜູ້​ພວມ​ປະຕິບັດ​ງານ​ຢູ່​ສະຫນາມຮົບ.

ຂ່າວ/ບົດ​ອື່ນ