ສ​ປ​ຊ ຮຽກ​ຮ້ອງ​ໂລກ​ໜູນ​ຊ່ວຍ ລີ​ບັງ ​ໃຫ້ຜ່ານ​ຜ່າ​​ວິ​ກິດ​ການ

(VOVWORLD) -ວັນທີ 19 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເລີ່ມເດີນທາງໄປຢ້ຽມຢາມ ລີບັງ ໃນສະພາບການທີ່ປະເທດນີ້ພວມຕົກເຂົ້າສູ່ວິກິດການດ້ານເສດຖະກິດ.
ສ​ປ​ຊ ຮຽກ​ຮ້ອງ​ໂລກ​ໜູນ​ຊ່ວຍ ລີ​ບັງ ​ໃຫ້ຜ່ານ​ຜ່າ​​ວິ​ກິດ​ການ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານປະທານາທິບໍດີ ລີບັງ Michel Aoun (ພາບ: AFP)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຮ່ວມກັບ ທ່ານປະທານາທິບໍດີ ລີບັງ Michel Aoun, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຊີ້ແຈ້ງວ່າ ສປຊ ຍາມໃດກໍຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນ ລີບັງ ແລະ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ສປຊ ກໍຄືປະຊາຄົມສາກົນ ຈົ່ງເພີ່ມທະວີການໜູນຊ່ວຍ ລີບັງ. ຕາມທ່ານເລຂາທິການໃຫຍ່ ສປຊ ແລ້ວ, ສິ່ງສຳຄັນທີ່ສຸດແມ່ນ ລີບັງ ຕ້ອງບັນລຸໄດ້ຂໍ້ຕົກລົງກັບກອງທຶນເງິນຕາສາກົນ ແນໃສ່ເລີ່ມດຳເນີນໂຄງການເສດຖະກິດທີ່ມີປະສິດທິຜົນ ກໍຄືສ້າງເງື່ອນໄຂແກ່ການຟື້ນຟູປະເທດ.

ສ່ວນທ່ານປະທານາທິບໍດີ ລີບັງ Michel Aoun ໃຫ້ຮູ້ວ່າ ວົງການເຈົ້າໜ້າທີ່ ລີບັງ ພວມສົ່ງເສີມແຜນການສ້າງພື້ນຖານເສດຖະກິດຄືນໃໝ່, ກໍຄືປະຕິບັດການປະຕິຮູບເສດຖະກິດ, ການເງິນ ແລະ ການບໍລິຫານ.

ຕອບກັບ

ຂ່າວ/ບົດ​ອື່ນ