ສປຊ ຮຽກຮ້ອງໃຫ້ມີມາດຕະການການທູດໃຫ້ແຫຼມ ເກົາຫຼີ

(VOVWORLD) - ການຢ້ຽມຢາມ ພຽງຢາງ ທີ່ແກ່ຍາວເປັນເວລາ 5 ວັນຂອງເຈົ້າໜ້າທີ່ ສປຊ ທ່ານນີ້ດຳເນີນໃນສະພາບທີ່ບັນດາຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນພາກພື້ນ ພາຍຫຼັງ ສປປ ເກົາຫຼີ ຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM)

ສປຊ ຮຽກຮ້ອງໃຫ້ມີມາດຕະການການທູດໃຫ້ແຫຼມ ເກົາຫຼີ - ảnh 1

ທ່ານຮອງເລຂາທິການໃຫຍ່ ສປຊ Jeffrey Felman (ກາງ) ໃນການຢ້ຽມຢາມ ພຽງຢາງ ໃນວັນທີ 6 ທັນວາ

(ພາບ: YONHAP/TTXVN)

ບັນຫາຮີບດ່ວນໃນປະຈຸບັນ ແມ່ນຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ແລະ ການທູດ ແມ່ນມາດຕະການໜຶ່ງດຽວສຳລັບບັນຫານີ້. ນັ້ນ ແມ່ນຖະແຫຼງການຂອງທ່ານຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາບັນຫາການເມືອງ Jeffrey Felman ທີ່ຍົກອອກມາໃນວັນທີ 9 ທັນວາ ພາຍຫຼັງສິ້ນສຸດການຢ້ຽມຢາມ ພຽງຢາງ ເປັນເວລາ 5 ວັນ.  ໃນແຈ້ງການທາງສື່ມວນຊົນ, ທ່ານ Felman ຢັ້ງຢືນວ່າ: ມີພຽງດ້ານການທູດທີ່ບັນລຸໄດ້ຜ່ານວິວັດການເຈລະຈາແບບຈິງໃຈແມ່ນມາດຕະການໜຶ່ງດຽວສຳລັບສະພາບການໃນແຫຼມ ເກົາຫຼີ ເທົ່ານັ້ນ. ການຢ້ຽມຢາມ ພຽງຢາງ ທີ່ແກ່ຍາວເປັນເວລາ 5 ວັນຂອງເຈົ້າໜ້າທີ່ ສປຊ ທ່ານນີ້ດຳເນີນໃນສະພາບທີ່ບັນດາຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນພາກພື້ນ ພາຍຫຼັງ ສປປ ເກົາຫຼີ ຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) ລຸ້ນໃໝ່ເຊິ່ງປະເທດນີ້ ປະກາດມີຄວາມສາມາດບຸກໂຈມຕີທຸກໆສະຖານທີ່ໃນດິນແດນປະເທດ ອາເມລິກາ. ບັນດານັກໄຈ້ແຍກ ແລະ ນັກການທູດສາກົນຫວັງວ່າ ການຢ້ຽມຢາມຜ່ານມາຂອງທ່ານ Felman ອາດຈະສ້າງທ່ວງທ່າໃຫ້ບັນດາຄວາມມານະພະຍາຍາມ ໂດຍ ສປຊ ນຳໜ້າ ໃນການຫລຸດຜ່ອນຄວາມເຄັ່ງຕຶງກ່ຽວຂ້ອງເຖິງໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ