ສປຊຊົມເຊີຍຂໍ້ຕົກລົງຂອງອາເມລິກາ-ລັດເຊຍກ່ຽວກັບຄຳສັ່ງຢຸດຍິງຢູ່ຊີຣີ

ສປຊຊົມເຊີຍຂໍ້ຕົກລົງຂອງອາເມລິກາ-ລັດເຊຍກ່ຽວກັບຄຳສັ່ງຢຸດຍິງຢູ່ຊີຣີ - ảnh 1
ພາບປະກອບ

(vovworld) – ​ ​ ​​ວັນ​ທີ 22/2, ທ່ານ​​ເລຂາທິການ​ໃຫຍ່ ສປຊ Ban Ki – moon ​ໄດ້​ຖະ​ແຫຼ​ງຊົມ​ເຊີຍ​​ເລື່ອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ແລະ ລັດ​ຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ລັ​ດ​ເຊຍ Sergei Lavrov ບັນລຸ​ໄດ້​ຂໍ້​ຕ​ົກລົງ​ຊົ່ວຄາວ​ກ່ຽວ​ກັບ​ບັນດາ​ຂໍ້ມາດຕາ​ໃຫ້​ແກ່​ຄຳ​ສັ່ງ​ຢຸດ​ຍິງ, ​ເຊິ່ງຄາດ​ວ່າ​ຈະມີ​ຜົນ​ສັກສິດ​ຢູ່ ຊີຣີ ​ພາຍຫຼັງ​ທ່ຽງຄືນ​ວັນ​ທີ 26/2. ​ໃນ​ຖະ​ແຫຼ​ງການ, ທ່ານ Ban Ki – moon ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ຖ້າ​ຫາກ​ໄດ້​ຮັບ​ຄວາມ​​ເຄົາລົບ, ຂໍ້​ຕົກລົງ​ຢຸດ​ຍິງຈະ​ຊຸກຍູ້​ເລ່ືອງ​ປະຕິບັດ​ມະ​ຕິ​ເລກທີ 2254 (ປີ 2015) ຂອງສະພາ​ຄວາມ​ໝັ້ນຄົງ ສປຊ ພໍ​ສົມຄວນ, ຕາມ​ນັ້ນ​ແລ້ວ, ສປຊ ອາດ​ຈະ​ສວມ​ບົດບາດ​ຕັ້ງໜ້າ​ກ່ວາ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ຝ່າຍ​ຢູ່ ຊີຣີ ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນດາ​ບັນຫາ​ຄື​: ​ເລື່ອງຂ້າມ​ຜ່ານ​ດ້ານ​ການ​ເມືອງ, ​ເວລາປະຕິບັດ​​ຄຳ​ສັ່ງ​ຢຸດ​ຍິງ, ການຮຽບຮຽງ​ລັດຖະທຳ​ມະນູນສະບັບ​ໃໝ່ ​ແລະ ການປະຕິບັດ​ການ​ເລືອກ​ຕັ້ງ. ທ່ານ​ເລຂາທິການ​​ໃຫຍ່ ສປຊ​ ​ເນັ້ນ​ໜັກ​ວ່າ: ຂໍ້​ຕົກລົງ​ຂອງ ລັດ​ເຊຍ ​ແລ​ະ ອາ​ເມ​ລິ​ກາ, ​ເຊິ່ງ​ແມ່ນ 2 ປະ​ເທດ​ພ້ອມ​ກັນ​ຮັບຜິດຊອບ​ກຸ່ມ​ສາກົນ​ໜູນ​ຊ່ວຍ ຊີຣີ (ISSG), ​ໄດ້ສະ​ແດງ​ຄວາມ​ຕັດສິນ​ໃຈ​ຂອງ ISSG ​ໃນ​ການ​ກໍ່​ຜົນ​ສະທ້ອນ​ເຖິງ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ ​ເພື່ອ​ຫລຸດຜ່ອນ​ສະພາບ​ການໃຊ້​ຄວາມ​ຮຸນ​ແຮງ​ໃນ​ທັນທີ - ​ເຊິ່ງ​ແມ່ນ​​ບາດ​ກ້າວ​ທຳ​ອິດທີ່​ມຸ່ງ​ໄປ​ເຖິງ​ຄຳ​ສັ່ງ​ຢຸດ​ຍິງ​ທີ່ຍາວ​ນານ​ກ່ວາ”. ຂໍ້​ຕົກລົງ​ນີ້​ຊ່ວຍ​ສ້າງ​ສະພາບ​ແວດ​ລ​້ອມທີ່ສະ​ດວກ​ໃຫ້​ແກ່​ການ​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ​ດ້ານ​ການ​ເມືອງຄືນ​ໃໝ່.


ຂ່າວ/ບົດ​ອື່ນ