ສປປ ເກົາຫຼີ ຍິງລູກສອນໄຟອີກຄັ້ງໜຶ່ງ

(VOVWORLD) - ຮຸ່ງເຊົ້າວັນທີ 29 ພຶດສະພາ, ກອງທັບ ສ.ເກົາຫຼີ ຮັບຮູ້ວ່າ: ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟນຳວິຖີຈາກຝັ່ງທະເລທາງທິດຕາເວັນອອກ
ສປປ ເກົາຫຼີ ຍິງລູກສອນໄຟອີກຄັ້ງໜຶ່ງ - ảnh 1(ພາບປະກອບ / ຫວຽດນາມ+) 

ອາດຈະເປັນລູກສອນໄຟປະເພດ Scud ແລະ ບິນໄດ້ປະມານ 450 ກມ. ລູກສອນໄຟຍິງຈາກນະຄອນແຄມຝັ່ງທະເລ Wonson ແຂວງ Gangwon ຂອງ ສປປ.ເກົາຫຼີ. ສ.ເກົາຫຼີ ແລະ ອາເມລິກາ ພວມດຳເນີນການວິເຄາະຂໍ້ມູນກ່ຽວກັບເຫດຍິງລູກສອນໄຟຄັ້ງຫລ້າສຸດຂອງ ສປປ.ເກົາຫຼີ.

ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ຈັດກອງປະຊຸມດ່ວນຂອງສະພາປ້ອງກັນຄວາມສະຫງົບຄົງແຫ່ງຊາດ ພາຍຫລັງເຫດຍິງທົດລອງ. ສຳນັກຂ່າວສານ Reuters ຄັດສະເໜີແຫຼ່ງຂ່າວຈາກຫ້ອງວ່າການຄະນະລັດຖະບານ ຍີ່ປຸ່ນ ຖືວ່າ: ວັດຖຸບິນ ໂດຍ ສປປ.ເກົາຫຼີ ຫາກໍ່ຍິງ ຈະຕົກເຂົ້າສູ່ເຂດເສດຖະກິດຈຳເພາະຂອງ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ