ສປປ ເກົາຫຼີ ເລີ່ມຕົ້ນພິທີງານສົບ ປະທານ Kim Jong Il

ສປປ ເກົາຫຼີ ເລີ່ມຕົ້ນພິທີງານສົບ ປະທານ Kim Jong Il - ảnh 1
( ພາບ: http://laodong.com.vn)

ວັນ​ທີ 28 ທັນວາ, ສະ​ທາ​ລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ ​ເກົາ​ຫຼີ ​ເລີ່​ມຕົ້ນ​ພິທີງານ​ສົບການ​ນຳ Kim Jong Il. ປະຊາຊົນ ສະ​ທາ​ລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ ​ເກົາ​ຫຼີ  ນັບ​​ແສນ​ຄົນ​​ໄດ້ເຂົ້າ​ຮ່ວມ​ພິທີ​ແຫ່​ສົບ​ຂອງ​ທ່ານຢູ່​ນະຄອນຫຼ​ວງ ​ພຽງ​ຢາງ. ​ໃນ​ພິທີງານ​ສົບ​ເຊິ່ງ​ຈັດຂື້ນ​​ຢ່າງສົມ​ກຽດຢູ່​ຫໍ​ອານຸ Kumsusan ທີ່​ ນະຄອນຫຼວງ ພຽງ​ຢາງ ໃນ​ວັນ​ທີ 28 ທັນວາ​ ນີ້. ພົນເອກ Kim Chang Un ພ້ອມກັບບັນດາເຈົ້າໜ້າທີ່ຂັ້ນສູງໄດ້ໄຫວ້ອາໄລການນຳ Kin Jong Il ເທື່ອສຸດທ້າຍ.

ສະ​ທາ​ລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ ​ເກົາ​ຫຼີ ບໍ່​​ເຊື້ອ​ເຊີນ​ຄະນະ​ຜູ້​ແທນຕ່າງປະ​ເທດ​ໃດໆ​ເຂົ້າ​ຮ່ວມ​ພິທີງານ​ສົບຂອງ​ການ​ນຳ Kim Jong Il.

ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ Yonhap ຂອງ ສະ​ທາ​ລະນະ​ລັດ​ ​ເກົາ​ຫຼີ ​ໃຫ້​ຮູ້​ວ່າ​ໃນ​ເວລາ 2 ວັນ​ແຕ່​ວັນ​ທີ 28 ຫາ 29 ​ທີ່​ດຳ​​ເນີນພິທີງານ​ສົບຂອງ​ການ​ນຳສະ​ທາ​ລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ ​ເກົາ​ຫຼີ  Kim Jong Il, ​ເຂດ​ອຸດສາຫະກຳ Kexang, ​​ເຊິ່ງແມ່ນສັນຍາ​ລັກຂອງ​ສາຍ​ພົວພັນ​ລະ​ຫວ່າງສະ​ທາ​ລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ ​ເກົ່າ​ຫຼີ ​ແລະ ສາທາລະນະ​ລັດ ​ເກົາຫຼີ ​ໄດ້​ຢຸດ​ການ​ເຄື່ອນ​ໄວ​ເກືອບ​ທັງ​ໝົດ.

ກ່ອນໜ້າ​ນັ້ນ, ​ໃນ​ວັນ​ທີ 27 ທັນວາ, ຄະນະ​ຜູ້​ແທນສະ​ທາ​ລະນະ​ລັດ​​ ເກົາ​ຫຼີ ​ໂດຍພັນ​ລະ​ຍາ​ຂອງ​ອາ​ດິດປະທານາທິບໍດີສະ​ທາ​ລະນະ​ລັດ​ ​ເກົາຫຼີ Kim Te Chung ນຳ​ໜ້າ​ໄດ້​ໄປ ສະ​ທາ​ລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ ​ເກົາຫຼີ ​ເຂົ້າ​ຮ່ວມ​ພິທີ​ໄຫວ້​ອາ​ໄລ​ການ​ນຳ Kim Jong Il.

ຂ່າວ/ບົດ​ອື່ນ