ສປປ.ເກົາຫຼີ ຖະແຫຼງຍິງທົດລອງລູກສອນໄຟປະເພດໃໝ່ສຳເລັດຜົນ

(VOVWORLD) - ວັນທີ 09 ມິຖຸນາ ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ KCNA ໃຫ້ຳຂ່າວວ່າ ພຽງຢາງ ໄດ້ຍິງທົດລອງບັນດາລູກສອນໄຟມີປີກໜ້າດິນຕ້ານກ່ຳປັ່ນປະເພດໃໝ່ໃນວັນທີ 08 ມິຖຸນາ ສຳເລັດຜົນ

ຕາມສຳນັກຂ່າວສານດັ່ງກ່າວແລ້ວ ບັນດາລູກສອນໄຟນີ້ “ໄດ້ພົບເຫັນຍິງໃສ່ບັນດາເປົ້າໝາຍບົນທະເລ ຍີ່ປຸ່ນ ຢ່າງຊັດເຈນ”. ນີ້ແມ່ນເຫດຍິງລູກສອນໄຟຄັ້ງທີ 10 ຂອງ ສປປ.ເກົາຫຼີ ນັບແຕ່ຕົ້ນປີຈົນຮອດປະຈຸບັນ ແລະ ແມ່ນເຫດຍິງລູກສອນໄຟຄັ້ງທີ 5 ນັບແຕ່ເມື່ອທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຂຶ້ນກຳອຳນາດໃນວັນທີ 10 ພຶດສະພາ ຜ່ານມາ. ແລະກໍ່ຕາມ KCNA ແລ້ວ, ການນຳ ສປປ.ເກົາຫຼີ Kim Jong-un ໄດ້ຊີ້ນຳ ແລະ ຕິດຕາມເຫດຍິງທົດລອງລູກສອນໄຟປະເພດໃໝ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ