ສປປ.ເກົາຫຼີຕຳນິຕິຕຽນອາເມລິກາຊອກຫາວິທີເພື່ອເພີ່ມບັນດາມາດຕະການລົງໂທດ

(VOVWORLD) -ວັນທີ 09 ສິງຫາ, ສປປ.ເກົາຫຼີ ໄດ້ຍົກອອກຄຳກ່າວເຕືອນກ່ຽວກັບຄວາມອາດສາມາດໃນວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ ບໍ່ບັນລຸໄດ້ຄວາມຄືບໜ້າ, ພ້ອມທັງກ່າວປະນາມເຈົ້າໜ້າທີ່ຂັ້ນສູງອາເມລິກາ ບາງທ່ານພວມຊອກຫາວິທີເພື່ອເພີ່ມທະວີບັນດາມາດຕະການລົງໂທດສາກົນ ແນໃສ່ພຽງຢາງ.

ສປປ.ເກົາຫຼີຕຳນິຕິຕຽນອາເມລິກາຊອກຫາວິທີເພື່ອເພີ່ມບັນດາມາດຕະການລົງໂທດ - ảnh 1ການເຈລະຈາລະຫວ່າງການນຳ 2 ປະເທດ

(ພາບປະກອບ: THX/TTXVN)

ສຳນັກຂ່າວສານທາງການຂອງ KCNA ໄດ້ຄັດຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດສປປ.ເກົາຫຼີ ໂດຍຊີ້ແຈ້ງວ່າ, ອາເມລິກາ ຕ້ອງມີການຕອບຄືນສຳລັບບັນດາຄວາມມານະພະຍາຍາມເຈດຕະນາດີຂອງສປປ.ເກົາຫຼີ ແລະ ເມື່ອໃດທີ່ວໍຊິງຕັນ ຍັງປະຕິເສດບັນດາຫຼັກການພື້ນຖານສຳລັບຄູ່ເຈລະຈາ, ແມ່ນບໍ່ອາດຫວັງເຂົ້າໃນເລື່ອງບັນລຸຄວາມກ້າວໜ້າໃນວິວັດທະນາການປອດນິວເຄຼຍໃນແຫຼມເກົາຫຼີ. ໂຄສົກທ່ານນີ້ກໍ່ກ່າວເຕືອນວ່າ ຈະບໍ່ມີການຮັບປະກັນໃດຈະສືບຕໍ່ໄດ້ຮັບການຮັກສາສຳລັບສະພາບສະຖຽນລະພາບ ທີ່ຍາກຈະບັນລຸໄດ້ໃນແຫຼມເກົາຫຼີ ໃນປະຈຸບັນ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 10 ສິງຫາ, ເຈົ້າໜ້າທີ່ກະຊວງທ້ອນໂຮມປະເທດຊາດສ.ເກົາຫຼີ ທ່ານໜຶ່ງໃຫ້ຮູ້ວ່າ, ສປປ.ເກົາຫຼີ ໄດ້ເລື່ອນແຜນການສຳຫຼວດລວມລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ສຳລັບບັນດາເສັ້ນທາງຂ້າມຊາຍແດນໃນຂອບເຂດໂຄງການຫັນເປັນທັນສະໄໝອອກໄປ. ສປປ.ເກົາຫຼີ ໄດ້ແຈ້ງໃຫ້ຝ່າຍສ.ເກົາຫຼີ ກ່ຽວກັບຂໍ້ຕົກລົງດັ່ງກ່າວໃນຕອນແລງວັນທີ 09 ສິງຫາ, ແຕ່ບໍ່ໄດ້ແຈ້ງສາຍເຫດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ