ສປປ.ເກົາຫຼີປະຕິເສດຄຳກ່າວຫາບຸກໂຈມຕີທາງເຄືອຂ່າຍອິນເຕີແນັດຂອງສ.ເກົາຫຼີ

ສປປ.ເກົາຫຼີປະຕິເສດຄຳກ່າວຫາບຸກໂຈມຕີທາງເຄືອຂ່າຍອິນເຕີແນັດຂອງສ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) – ​​ ສປປ.​ເກົາຫຼີ ​ໄດ້​ປະຕິ​ເສດ​ຄຳ​ກ່າວ​ຫາ​ຂອງ ສ.​ເກົາຫຼີ ທີ່ຖື​ວ່າ: ພຽງ​ຢາງ ​ໄດ້​ດຳ​ເນີນບັນດາ​ການ​ບຸກ​ໂຈມຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​​ເລັ່ງ​ໃສ່​ເຈົ້າ​ໜ້າ​ທີ່​ລັດຖະບານ ສ.​ເກົາຫຼີ ຫລາຍ​ທ່ານ, ພ້ອມ​ທັງ ​ເອີ້ນ​ວ່ານີ້​ແມ່ນ​ການ​ເສກ​ສັນ​ປັ້ນ​ແຕ່ງ ອາທິດຜ່ານ​ມາ, ອົງການສືບ​ລາຊະການ​ລັບ​ແຫ່ງ​ຊາດ​ ສ.​ເກົາຫຼີ (NIS) ​ໄດ້ກ່າວ​ຫາ​ບັນດາ​ນັກສືບ​ທາງ​ເຄື​ຍຂ່າຍ​ອິນ​ເຕີ​ແນັດ​ຂອງ ສປປ.​ເກົາຫຼີ ​ແຊກ​ຊຶ​ມ​ເຂົ້າສະມາດ​ໂຟນຂອງ​ເຈົ້າ​ໜ​້າທີ່ປ້ອງ​ກັນຄວາມ​ສະຫງົບຂັ້ນ​ສູງ 40 ທ່ານ​ຢູ່ ​ເຊ​ອູ​ນ. ປະຕິກິລິຍາ​ຕໍ່​ການ​ກະທຳ​ດັ່ງກ່າວ, ວັນ​ທີ 13/03 ໜັງສື​ພິມ “Rodong Simmun”,ອົງການ​ກະບອກ​ສຽງ​ຂອງ​ພັກ​ແຮງ​ງານ ສປປ.​ເກົາຫຼີ ມີ​ບົດ​ຂຽນ​ຊີ້​ແຈ້ງວ່າ ນັ້ນ​ແມ່ນ​ບັນດາຖ້ອຍ​ທຳນອງ “ຂອງ​ບັນດາອິດ​ທິກຳລັງທີ່​ເປັນປໍ​ລະ​ປັກ” ຍາມ​ໃດ​ກໍ່​ຊອກ​ວິທີ “ຕູ່​ຫາ​ດ້ານການ​ເມືອງ”. ໜັງສືພິມ​ຖື​ວ່າ ​ເຊ​ອູ​ນ ພວມ​ເສກ​ສັນ​ປັ້ນ​ແຕ່າງ​ສ້າງບັນດາ​ໄພ​ນາບ​ຂູ່ ​ເພື່ອ​ຊອກ​ຫາ​ການ​ສະໜັບສະໜູນ​ໃຫ້​ຮ່າງ​ກົດໝາຍ​ຕ້ານກໍ່​ການ​ຮ້າຍ​ທາງ​ເຄື​ອຂ່າຍ​ອິນ​ເຕີ​ແນັດ​ສະບັບ​ໃໝ່​, ຜ່ານ​ນັ້ນ ​ອະນຸຍາດ​ໃຫ້ NIS ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ.

ຂ່າວ/ບົດ​ອື່ນ