ສື່ມວນຊົນຍີ່ປຸ່ນໃຫ້ຂ່າວຢ່າງຫວວງຫລາຍກ່ຽວກັບການຢ້ຽມຢາມຍີ່ປຸ່ນຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ

ສື່ມວນຊົນຍີ່ປຸ່ນໃຫ້ຂ່າວຢ່າງຫວວງຫລາຍກ່ຽວກັບການຢ້ຽມຢາມຍີ່ປຸ່ນຂອງທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ - ảnh 1
ພິ​ທີ​ຕ້ອນ​ຮັບ​​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ພາບ:VGP


(vovworld)-  ​ວັນ​ທີ 15/9, ​ສື່ມວນ​ຊົນ​ຍີ່​ປຸ່ນ ໄດ້​ໃຫ້​ຂ່າວ​ຢ່າງ​ຫລວງ​ຫລາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຍີ່​ປຸ່ນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ນ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ແຕ່​ວັນ​ທີ 15-18/9. ບັນ​ດາ​ບົດ​ຂຽນ​ອອກ​ຜ່ານ​ເວັບ​ໄຊ ​ໃນວັນ​ທີ 15/9 ຫນັງ​ສ​ື​ພິມ​ລາຍ​ວັນ Yomiuri, ຂ່າວ​ສານ Kyodo, ຫນັງ​ສື​ພິມ​ Japan Times ລ້ວນ​ແຕ່​ເວົ້າ​ເຖິງ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຍີ່​ປຸ່ນ ກໍ​ຄື ການ​ຫນູນ​ຊ່ວຍ​ຂອງ ຍີ່​ປຸ່ນ ທີ່​ສະ​ຫງວນ​ໃຫ້​ຫວຽດ​ນາມ ໃນ​ໄລ​ຍ​ະ​ຜ່ານ​ມາ. ບັນ​ດາ​ຫນັງ​ສື​ພິມ​ສຳ​ຄັນ​ຂອງ ຍີ່​ປຸ່ນ ກໍ​ເນັ້ນ​ຫນັກ​ເຖິງ​ເລື່ອງ ການ​ນຳ​ສອງ​ທ່ານ ໃຫ້​ຄຳ​ໝັ້ນ​ສ​ັນ​ຍາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ.  ຕາມ​ບັນ​ດາ​ຫນັງ​ສື​ພິມ​ດັ່ງ​ກ່າວ​ແລ້ວ, ເພື່ອ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ສອງຝ່າຍ​ເຫັນ​ດີ​ຮ່ວມ​ມື​ກ່ຽວ​ກັບ​ຂົງ​ເຂດ​ກະ​ສິ​ກຳ, ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP ໂດຍ​ໄວ.

ຂ່າວ/ບົດ​ອື່ນ