ສື່ມວນຊົນມາເລເຊຍໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad

(VOVWORLD) -ກ່ອນການຢ້ຽມຢາມຫວຽດນາມຂອງ ທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ພ້ອມດ້ວຍພັນລະຍາແຕ່ວັນທີ 26 ຫາ 28 ສິງຫາ ຢ່າງເປັນທາງການ, ສື່ມວນຊົນປະເພດຕ່າງໆຂອງມາເລເຊຍ ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມນີ້
ສື່ມວນຊົນມາເລເຊຍໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad - ảnh 1 ທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad

ໜັງສືພິມ ນິວຈາຍທາມ ລົງວັນທີ 25 ສິງຫາ ໄດ້ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ຂອງ ທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ແມ່ນເພື່ອແນໃສ່ປັບປຸງສາຍພົວພັນລະຫວ່າງ 2 ປະເທດ ພ້ອມທັງສ້າງໂອກາດເພື່ອເພີ່ມທະວີການພົວພັນທາງດ້ານການຄ້າ 2 ຝ່າຍດ້ວຍເປົ້າໝາຍນຳວົງເງິນ 2 ສົ້ນໃຫ້ຂຶ້ນເຖິງ 15 ຕື້ USD ໃນປີທີ່ຈະມາເຖິງ.

      ສຳນັກຂ່າວສານ ເບີນາມາ ໄດ້ມີບົດສຳພາດທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳມາເລເຊຍ ເລກຸ້ຍກວີງ ຊຶ່ງໄດ້ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ຂອງ ທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ແມ່ນມີຄວາມໝາຍສຳຄັນ , ຊວ່ຍປັບປຸງສາຍພົວພັນຕູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ