ໄຂ​ງານ​ມະ​ໂຫລານ​​ອະ​ນຸ​ຊົນ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ປີ 2024

(VOVWORLD) - ງານມະໂຫລານແມ່ນການເຄື່ອນໄຫວໂດຍຄະນະຊາວໜຸ່ມນະຄອນຈັດຂຶ້ນປະຈຳທຸກໆ 2 ປີເທື່ອໜຶ່ງ ນັບແຕ່ປີ 2010 ມາຮອດປັດຈຸບັນ, ອັນໄດ້ກາຍເປັນໂອກາດພົບປະແລກປ່ຽນທີ່ມ່ວນຊືນ, ເປັນປະໂຫຍດ, ປະກອບສ່ວນແນະນຳມູນເຊືິ້ອປະຫວັດສາດ, ຄວາມງາມດ້ານວັດທະນະທຳ, ມູນເຊື້ອຂອງ 3 ປະເທດໃຫ້ແກ່ອະນຸຊົນ 3 ປະເທດ.
ໄຂ​ງານ​ມະ​ໂຫລານ​​ອະ​ນຸ​ຊົນ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ປີ 2024 - ảnh 1ລາຍການສະແດງສິລະປະໃນພິທີໄຂ (ພາບ: qdnd.vn)

ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 62 ປີ (5/9/1962 – 5/9/2024), ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 57 ປີ (24/06/1967 – 24/06/2024), ວັນທີ 13 ສິງຫາ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີໄຂງານມະໂຫລານອະນຸຊົນຫວຽດນາມ - ລາວ - ກຳປູເຈຍ ປີ 2024. ງານມະໂຫລານແມ່ນການເຄື່ອນໄຫວໂດຍຄະນະຊາວໜຸ່ມນະຄອນຈັດຂຶ້ນປະຈຳທຸກໆ 2 ປີເທື່ອໜຶ່ງ ນັບແຕ່ປີ 2010 ມາຮອດປັດຈຸບັນ, ອັນໄດ້ກາຍເປັນໂອກາດພົບປະແລກປ່ຽນທີ່ມ່ວນຊືນ, ເປັນປະໂຫຍດ, ປະກອບສ່ວນແນະນຳມູນເຊືິ້ອປະຫວັດສາດ, ຄວາມງາມດ້ານວັດທະນະທຳ, ມູນເຊື້ອຂອງ 3 ປະເທດໃຫ້ແກ່ອະນຸຊົນ 3 ປະເທດ.

        ປີ 2024, ງານມະໂຫລານ ມີການເຂົ້າຮ່ວມຂອງຜູ້ແທນອະນຸຊົນ 215 ຄົນ ທີ່ມາຈາກບັນດາແຂວງ, ນະຄອນຂອງ ຫວຽດນາມ, ພ້ອມກັບອະນຸຊົນມາຈາກ ກຳປູເຈຍ ແລະ ລາວ ແລະ ພະນັກງານຮັບຜິດຊອບກອງອະນຸຊົນ 36 ຄົນ ທີ່ມາຈາກ 3 ປະເທດ. ງານມະໂຫລານຈະດຳເນີນແຕ່ວັນທີ 13 – 15 ສິງຫາ, ໃນບໍລິເວນນະຄອນ ໂຮ່ຈີມິນ ດ້ວຍການເຄື່ອນໄຫວຫຼາຍຢ່າງເຊັ່ນ: ຢ້ຽມຊົມທັດສະນະສຶກສາ “ສະຖານທີ່ລຸງໂຮ່ ກັບ ອະນຸຊົນ”; ເຂົ້າຮ່ວມບັນດາກິດຈະກຳແລກປ່ຽນວັດທະນະທຳ, ສິລະປະ, ການເຄື່ອນໄຫວດຳເນີນຊີວິດ, ແລກປ່ຽນຂອງຂວັນ , ຢ້ຽມຊົມຮ່ອງຮອຍສະຖານປະຫວັດສາດ; ເຂົ້າຮ່ວມລາຍການການນຳນະຄອນ ໂຮ່ຈີມິນ ພົບປະກັບຜູ້ແທນເຂົ້າຮ່ວມງານມະໂຫລານ, ແລກປ່ຽນວັດທະນະທຳເຍົາວະຊົນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ;…

 

ຕອບກັບ

ຂ່າວ/ບົດ​ອື່ນ