ນັກຊ່ຽວຊານ ຈີນ: ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ໃຫ້ຂຶ້ນສູ່ລະດັບສູງໃໝ່

(VOVWORLD) - ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລືອກເອົາ ຈີນ ແມ່ນປະເທດທຳອິດໃນການຢ້ຽມຢາມ ພາຍຫຼັງໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແມ່ນສິ່ງທີ່ໜ້າລໍຄອຍ ແລະ ເຕັມໄປດ້ວຍຄວາມຫວັງ.
ນັກຊ່ຽວຊານ ຈີນ: ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ໃຫ້ຂຶ້ນສູ່ລະດັບສູງໃໝ່ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ
(ພາບ: TTXVN)

        ກ່ອນການເດີນທາງໄປຢ້ຽມຢາມ ປະເທດ ສປ.ຈີນ ທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ແຕ່ວັນທີ 18 – 20 ສິງຫາ, ທ່ານ ຫຼິງເຕືອແຈວນ, ນັກຄົ້ນຄວ້າຂອງສູນຄົ້ນຄວ້າບັນດາບັນຫາສາກົນ ຈີນ, ນັກຄົ້ນຄວ້າບັນດາບັນຫາ ຫວຽດນາມ, ອະດີດຫົວໜ້າຂ່າວສານ ຊິນຮົວ ປະຈຳ ຮ່າໂນ້ຍ, ຖືວ່າ, ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລືອກເອົາ ຈີນ ແມ່ນປະເທດທຳອິດໃນການຢ້ຽມຢາມ ພາຍຫຼັງໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແມ່ນສິ່ງທີ່ໜ້າລໍຄອຍ ແລະ ເຕັມໄປດ້ວຍຄວາມຫວັງ.

        ທ່ານຫວັງວ່າ, ການພົບປະລະຫວ່າງການນຳ 2 ພັກ, 2 ລັດ ຫວຽດນາມ ແລະ ຈີນ ໃນການຢ້ຽມຢາມຄັ້ງນີ້ ຈະບັນລຸໝາກຜົນສຳຄັນໃໝ່ຫຼາຍຢ່າງ ແລະ ມີບັນດາບາດກ້າວໃໝ່ທີ່ໝັ້ນຄົງໜັກແໜ້ນກວ່າ, ເຮັດໃຫ້ການສ້າງປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດໃຫ້ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ