ສື່ມວນ​ຊົນ​ຫລາຍປະ​ເທດ​ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ເລື່ອງ​ທ່ານ​ໂຕ​ເລິມ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົ​ງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) - ຕອນບ່າຍ ວັນທີ 3 ສິງຫາ, ບັນດາສື່ເອເລັກໂຕນິກໃຫຍ່ຢູ່ລາວ ໄດ້ພ້ອມກັນລົງຂ່າວອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ສື່
ສື່ມວນ​ຊົນ​ຫລາຍປະ​ເທດ​ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ເລື່ອງ​ທ່ານ​ໂຕ​ເລິມ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົ​ງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ວິທະຍຸກະຈາຍສຽງແຫ່ງຊາດລາວ ລົງຂ່າວກ່ຽວກັບເລື່ອງທ່ານ ໂຕເລິມ, ກຳມະການກົມການເມືອງ, ປະທານປະເທດ ຫວຽດນາມໄດ້ຮັບການເລືອກຕັ້ງຕຳແໜ່ງເລຂາທິການໃຫຍ່ (ພາບ: TTXVN)

ພາຍຫຼັງ ທ່ານໂຕເລິມ ກຳມະການກົມການເມືອງ, ປະທານປະເທດ ໄດ້ຮັບກການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII, ສື່ມວນຊົນຫລາຍປະເທດໄດ້ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການນີ້.

ຕອນບ່າຍ ວັນທີ 3 ສິງຫາ, ບັນດາສື່ເອເລັກໂຕນິກໃຫຍ່ຢູ່ລາວ ໄດ້ພ້ອມກັນລົງຂ່າວອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ສື່ເອເລັກໂຕນິກຂອງໜັງສືພິມປະຊາຊົນ ເຊິ່ງແມ່ນອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນ “ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ສົ່ງສານອວຍພອນ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ”.

ສື່ເອເລັກໂຕນິກຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວ, ນອກຈາກເອົາລົງ “ສານອວຍພອນທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ”, ຍັງເອົາລົງບົດຂຽນ “ທ່ານໂຕເລິມໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ”.

ແລະກໍ່ໃນຕອນບ່າຍວັນດຽວກັນ, ບັນດາອົງການສຳນັກຂ່າວາສນ, ສື່ມວນຊົນທາງການຂອງຈີນ ໃນນັ້ນມີ ຊີນຮົວ, ໂທລະພາບສູນກາງຈີນ (CCTV), ໜັງສືພິມປະຊາຊົນລາຍວັນ ໄດ້ພ້ອມກັນລົງຂ່າວກ່ຽວກກັບເລື່ອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ຈັດຕັ້ງກອງປະຊຸມຢູ່ຮ່າໂນ້ຍ ເລືອກຕັ້ງທ່ານປະທານປະເທດ ໂຕເລິມ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ດ້ວຍບັດເລືອກຕັ້ງ 100%.

ບັນດາຂ່າວ, ບົດຂຽນກ່ຽວກັບທ່ານປະທານປະເທດໂຕເລິມໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເອົາລົງສືຶ່ເອເລັກໂຕນິກຂອງຫຼາຍສື່ມວນຊົນຄື: AFP (ຝລັ່ງ), TASS (ລັດເຊຍ), ໜັງສືພິມ “Bangkok Post” (ໄທ), The Straits Times (ສິງກກະໂປ)...

ຕອບກັບ

ຂ່າວ/ບົດ​ອື່ນ