ສື່ມວນຊົນອີຢິບ ຍ້ອງຍໍຊົມເຊີຍບົດຮຽນພັດທະນາຂອງຫວຽດນາມ

(VOVWORLD) -ໃນຊຸມມື້ຜ່ານມາ, ໜັງສືພິມໃຫຍ່ຂອງອີຢິບ ຫຼາຍສະບັບຄື: Al Ahram, El Messa, AL Gomhuria… ແລະ ສື່ມວນຊົນຕາເວັນອອກກາງ ມີຂໍ້ມູນຂ່າວສານ, ບົດຂຽນຫຼາຍບົດກ່ອນການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Abdel Fattah El Sisi.
ສື່ມວນຊົນອີຢິບ ຍ້ອງຍໍຊົມເຊີຍບົດຮຽນພັດທະນາຂອງຫວຽດນາມ - ảnh 1 (ສື່ມວນຊົນອີຢິບ ຍ້ອງຍໍຊົມເຊີຍບົດຮຽນພັດທະນາຂອງຫວຽດນາມ)

ບໍ່ພຽງແຕ່ຢືນຢັນຄວາມສຳຄັນຂອງການຢ້ຽມຢາມເທົ່ານັ້ນ, ບັນດາບົດຂຽນຍັງໄດ້ເຕື້ອງເຖິງການພົວພັນອັນດີງາມລະຫວ່າງ 2 ປະເທດອີກດ້ວຍ. ມີຫຼາຍບົດຂຽນໄດ້ລົງເລິກກ່ຽວກັບດ້ານເສດຖະກິດ, ສັງຄົມ, ວັດທະນະທຳຫວຽດນາມ. ບົດຂຽນທີ່ລົງໃນແວັບໄຊ Elwatannew (ໜັງສືພິມຊົນເຜົ່າ) ຂອງອີຢິບ ໃນວັນທີ 5 ກັນຍາ ໄດ້ຢືນຢັນຄວາມສຳຄັນໃນການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Abdel Fattah El Sisi. ບົດຂຽນຊີ້ແຈ້ງວ່າ ຈຸດປະສົງຂອງການຢ້ຽມຢາມແມ່ນເພື່ອແນໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ ແລະ ເພີ່ມທະວີການພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດໃນທຸກຂົງເຂດ. ສ່ວນໜັງສືພິມ Almasryalyoum ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ຫວຽດນາມ ເສືອໂຕໃໝ່ຂອງອາຊີ” 31 ແຫ່ງວັນປະຕິຮູບເສດຖະກິດ. ບົດຂຽນໄດ້ເຕື້ອງເຖິງເສດຖະກິດໃນຮອບເວລາ 30 ປີມານີ້ຂອງຫວຽດນາມ ທີ່ພັດທະນາ ແລະ ໄດ້ເຕີບໂຕຢ່າງວ່ອງໄວ. ຈາກປະເທດທຸກຍາກ, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນປະເທດມີລາຍຮັບປານກາງ. ສ່ວນພາກຂ່າວປະຈຳວັນ, ໃນແວັບໄຊເອເລັກໂຕນິກອີຢິບ (Elkhbarnews) ໄດ້ມີບົດຂຽນ “ການຢ້ຽມຢາມຄັ້ງປະຫວັດສາດຂອງທ່ານປະທານາທິບໍດີ El Sisi ເຖິງຫວຽດນາມ ເລີ່ມຕົ້ນໄລຍະໃໝ່ລະຫວ່າງ 2 ປະເທດ”. ບົດຂຽນໄດ້ຄັດຄຳເວົ້າຂອງທ່ານເອກອັກຄະລັດຖະທູດອີຢິບ ປະຈຳຮ່າໂນ້ຍ Youssef Kamal Botrous Hana, ຢືນຢັນຄວາມສຳຄັນຂອງການຢ້ຽມຢາມ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ