ສື່ມວນຊົນໂຄສະນາ,ຍ້ອງຍໍຜູ້ມີອິດທິພົນຊື່ສຽງແລະຜູ້ມີຍົດຖາບັນດາສັກທີ່ດີເດັ່ນໃນເຂດໄຕງວຽນ

ສື່ມວນຊົນໂຄສະນາ,ຍ້ອງຍໍຜູ້ມີອິດທິພົນຊື່ສຽງແລະຜູ້ມີຍົດຖາບັນດາສັກທີ່ດີເດັ່ນໃນເຂດໄຕງວຽນ - ảnh 1
ນະຄອນ​ບວນມາ​ທວດ (ດັກ​ລັກ)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 4/3, ທີ່​ນະຄອນ​ບວນມາ​ທວດ (ດັກ​ລັກ), ຜູ້ປະ​ຈຳ​ການ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ບາງ​ອົງການ​ສື່​ມວນ​ຊົນ​ສູນ​ກາງ​ໃນ​ບໍລິ​ເວນ​ເຂດ ​ໄຕ​ງວຽນ ​ແລະ ​ແຂວງ​ ດັກ​ລັກ, ​ເພື່ອ​ໃຫ້​ຂ່າວ​ກ່ຽວ​ກັບ​ເນື້ອ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​​ພົບ​ປະ​ສ້າງສັນ, ຍ້ອງຍໍ, ລະດົມ​ກຳລັງ​ໃຈ​ບັນດາ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ໝູ່ປະຊາຊົນ​ບັນດາ​ເຜົ່າ, ​ຜູ້​ມີ​ຍົດ​ຖາ​ບັນດາສັກ​ທີ່​ດີ​ເດັ່ນ​​ໃນເຂດ ​ໄຕ​ງວຽນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ບັນດາ​ເຫດ​ການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ໄຊຊະນະ ບວນມາ​ທວດ, ປົດ​ປ່ອຍ​ແຂວງ​ດັກ​ລັກ, ງານ​ບຸນ​ກາ​ເຟ ບວນມາ​ທວດ ຄັ້ງ​ທີ 5. ຕາມ​ທ່ານ​ຮອງ​ຄະນະ​ປະຈຳ​ຄະນະ​ຊີ້​ນຳ​ເຂດ ​ໄຕ​ງວຽນ  ​ເຈິ​ນຫວຽດຮຸ່ງ ​ແລ້ວ, ວັນ​ທີ 9/3, ຄະນະ​ຊີ້​ນຳ​ເຂດ ​ໄຕ​ງວຽນ   ຈະ​ຈັດ​ຕັ້ງ​ງານ​ພົບ​ປະ​ສ້າງສັນ​ກັບ​ຜູ້​ແທນກ່ວາ 100 ຄົນ; ​ໃນ​ນັ້ນ, ​ມີ​ 58 ຄົນແມ່ນ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ໝູ່ປະຊາຊົນ​ບັນດາ​ເຜົ່າຄື: ບາ​ນາ, ​ເອ​ເດ, ກຮໍ… ​ແລະ ມີ 43 ຄົນ ​ແມ່ນຜູ້ທີ່​ມີ​ຍົດ​ຖາ​ບັນດາສັກ​ໃນ​​ເຂດ ​ໄຕ​ງວຽນ. ງານ​ພົບ​ປະ​ສ້າງສັນ​ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ເຊີດ​ຊູ, ຍ້ອງຍໍ, ລະດົມ​ກຳລັງ​ໃຈ​ບັນດາ​ຜູ້ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ໝູ່ປະຊາຊົນ​ບັນດາ​ເຜົ່າ, ​ຜູ້​ມີ​ຍົດ​ຖາ​ບັນດາສັກທີ່​ດີ​ເດັ່ນ​, ​ເຊິ່ງໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ພາລະກິດພັດທະນາ​ເສດຖະກິດ-​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​​ໃນເຂດ ​ໄຕ​ງວຽນ.


ຂ່າວ/ບົດ​ອື່ນ