ສຸມໃສ່ກະກຽມແລະຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນຢ່າງມີໄຊ

ສຸມໃສ່ກະກຽມແລະຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນຢ່າງມີໄຊ - ảnh 1
ທ່ານ​ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ ​ໂຕ​ຮຸຍ​ເຣື໋ອ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 29/01, ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ ປີ 2015 ​ໄດ້​ສຳ​ເລັດ​ດ້ານ​ເນື້ອ​ໃນ, ​ລາຍການ​ເຮັດ​ວຽກ​ໄດ້​ວາງ​ອອກ ພາຍຫຼັງ​ທີ່​ເຮັດ​ວຽກ​ທີ່​​ເຂັ້ມ​ງວດ, ມີໜ້າ​ທີ່​ຮັບຜິດຊອບ​ສູງເປັນ​ເວລາ 1 ວັນ.

        ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ ​ໂຕ​ຮຸຍ​ເຣື໋ອ ຊີ້​ແຈ້ງ​ບັນດາຜົນງານ​ເຊິ່ງຂະ​ແໜງຈັດ​ຕັ້ງ​​ພັກ ​ໄດ້​ຜັນ​ຂະຫຍາຍ​ໃນ​ປີ 2014. ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ໂຕ​ຮຸຍ​ເຣື໋ອ ​ເນັ້ນ​ໜັກ​ວ່າ: ຈຳນວນ ​ແລະ ລັກສະນະ​ວຽກ​ງານ​ໃນ​ປີ 2015, ​ເຊິ່ງ​ແມ່ນ​ປີ​ຈັດ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ ​ແລະ ກະກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ທີ 12, ປີ​ຕີ​ລາຄາ​ໝາກຜົນ​ວຽກ​ງານ​ກໍ່ສ້າງ​ພັກ​ຂອງ​ທັງ​ອາຍຸ​ການ​ແມ່ນ​ໜັກໜ່ວງ​ທີ່​ສຸດ. ພ້​ອມກັນ​ນັ້ນ, ຂະ​ແໜງ​ຕ້ອງ​ສຸມ​ໃສ່​ເປັນ​ເສນາ​ທິການ, ຊີ້​ນຳ​ວຽກ​ງານ​ກະກຽມ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນຢ່າງ​ມີ​ໄຊ​​ ໃຫ້​ຄຳ​ປຶກສາ, ຊີ້​ນຳ​ວຽກ​ງານ​ກວດກາ, ຊັບຊ້ອນພະນັກງານ, ກະກຽມ​ບຸກຄະລາ​ກອນ​ຂັ້ນ​ຄະນະ​ພັກ​ຂອງ​ກອງ​ປະຊຸມ​ໃຫຍ່​ຂັ້ນ​ລຸ່ມ ​ແລະ ຂັ້ນ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ