ສຸມໃສ່ສຶກສາຄຸນສົມບັດ, ແບບແຜນດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມໄລຍະ2015-2030

ສຸມໃສ່ສຶກສາຄຸນສົມບັດ, ແບບແຜນດຳລົງຊີວິດວັດທະນະທຳໃຫ້ລຸ້ນໜຸ່ມໄລຍະ2015-2030 - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 21/7, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ຄັ້ງ​ທີ 7, ຊຸດ​ທີ 10.

        ​ໃນ 3 ປີຜ່ານມາ, ສະມາຊິກ​ຊາວ​ໜຸ່ມ​ໃນ​ທົ່ວ​ປ​ເທດ ​ໄດ້​ເສີມ​ຂະຫຍາຍ​ນຳ້​ໃຈ​ຕະລຸມ​ບ່ອນ, ອາສາ​ສະໝັກ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ, ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ໂດຍ​ສູນ​ກາງ​ຊາວ​ໜຸ່ມ​ປຸກລະດົມ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ພິ​ເສດ​ແມ່ນ​ໃນ​ຂະ​ບວນການ​ຊາວ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊ່ວຍ​ເຫຼືອ​ນັກ​ສອບ​ເສັງ ​ແລະ ພີ່ນ້ອງນັກ​ສອບ​ເສັງ​ໃນ​ການ​ເສັງ​ເຂົ້າ​ວິທະຍາ​ໄລ, ມະຫາວິທະຍາ​ໄລ…

        ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຖື​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ສູນ​ກາງ​ຊາວ​ໜຸ່ມ​ຄວນ​ສຸມ​ໃສ່​ບັນດາ​ວິທີ​ເຮັດ​ທີ່​ດີ, ຮູບ​ແບບ​ທີ່​ດີ​ເພື່ອ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ. ພິ​ເສດ​ຕ້ອງ​ທະວີຄູນ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ໝູ່​ຊາວ​ໜຸ່ມ​ໃນ​ຫຼາຍ​ຂົງ​ເຂດຄື​ຮຳ່ຮຽນ, ຄົ້ນ​ຄ້ວາ​ວິທະຍາສາດ, ​ເຮັດ​ກະສິກຳ… ​ເພີ່ມ​ທັກ​ສະ​ເຊື່ອມ​ໂຍງ​ໃຫ້​ຊາວ​ໜຸ່ມ ​ໃນ​ສະພາບ​ການ​ປະຈຸ​ບັນ. ​ໄລຍະ​ຈະ​ມາ​ເຖິງ, ຄຽງ​ຂ້າງ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ລາຍການ​ຕະລຸມ​ບ່ອນ, ອາສາ​ສະໝັກ​ຢ່າງ​ມີ​ປະສິດທິ​ຜົນ​ແລ້ວ, ຄະນະ​ຊາວ​ໜຸ່ມ​ທຸກ​ຂັ້ນ​ຈະ​ສຸມ​ໃສ່​ເຂົ້າ​ວຽກ​ງານ​ສຶກສາ​ອຸດົມ​ຄະຕິ​ປະຕິວັດ, ຄຸນສົມບັດ, ​ ແບບ​ແຜນ​ດຳລົງ​ຊີວິດ​ວັດທະນະທຳ​ໃຫ້​ລຸ້ນໜຸ່ມ​ໄລຍະ2015-2030.

 

ຂ່າວ/ບົດ​ອື່ນ