ສະຖິຕິກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຍ້ອນເຫດ ລົມໃຕ້ຟຸ່ນຢູ່ ອາເມລິກາ ຍັງບໍ່ທັນໝົດເທື່ອ

ສະຖິຕິກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຍ້ອນເຫດ ລົມໃຕ້ຟຸ່ນຢູ່ ອາເມລິກາ ຍັງບໍ່ທັນໝົດເທື່ອ - ảnh 1
ກຳລັງກູ້ໄພກູ້ຊີບເຮັດວຽກທັງວັນ ແລະ ຄືນ
(ພາບ: Reuters)

(​vovworld) –  ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ໃນ​ເຫດການ​ລົມ​ຫົວກຸດ​ຢູ່ ລັດ Oklahoma ​ແຫ່ງ ອາ​ເມ​ລິ​ກາ, ອາດ​ຈະ​ມີ​ເຖິງ 91  ຄົນ​ເສຍ​ຊີວິດ ​ແລະ ຜູ້​ຮັບ​ບາດ​ເຈັບ​ກ່ວາ 200 ຄົນ, ​ໃນ​ນັ້ນ​ມີ​ເດັກນ້ອຍຫຼາຍ​ຄົນ. ປະຈຸ​ບັນ, ​ອົງການ​ສາທາລະນະ​ສຸກ​ທ້ອງຖິ່ນ​ໄດ້​ພົບ​ເຫັນ​ 24 ກໍລະ​ນີ​ເສຍ​ຊີວິດ​ໃໝ່. ບັນດາ​ກຳລັງ​ກູ້​ໄພ​ກູ້ຊີບ​ພວມ​ຕັ້ງໜ້າ​ຜັນ​ຂະຫຍາຍ​ວຽກ​ງານມ້າງ​ມັດ​ສະຖານ​ທີ່​ເກີດ​ເຫດ​ຍ້ອນໄພ​ທຳ​ມະ​ຊາດກໍ່​ຂຶ້ນ, ຊອກ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ. ຄາດ​ວ່າ, ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ໃນ​ໄພພິບັດ​ທຳ​ມະ​ຊາດດັ່ງກ່າວ​ອາດ​ຈະ​ເພີ່ມ​ຂຶ້ນ​ຍ້ອນ​ວ່າ​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ຍັງ​ບໍ່​ທັນ​ຢຸດຕິລົງ ​ແລະ ​ມີ​ຫຼາຍ​ຄົນ​ຍັງຕິດ​ຄ້າງ​ໃນ​ເຮືອນ​ຊານ​ຖືກ​ລົມ​​ໃຕ້​ຝຸ່ນ​ທຳລາຍ. ຈາກ​ທຳ​ນຽບ​ຂ່າວ, ວັນ​ທີ 21/5, ທ່ານ​ປະທານາທິບໍດີ Barack Obama ຖະ​ແຫຼ​ງວ່າ: ລັດ Oklahoma ​ແມ່ນ “​ເຂດຖືກ​ຜົນ​ສະທ້ອນ​ໄພພິບັດ​ທຳ​ມະ​ຊາດ​ຢ່າງໜັກໜ່ວງ​ທີ່​ສຸດ”, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ສົງ​ເຄາະ​ໜູນ​ຊ່ວຍ​ອຳນາດ​ການ​ປົກຄອງລັດ Oklahoma ​ໃນ​ວຽກ​ງານ​ກູ້​ໄພ​ກູ້​ຊີບ ​ແລະ ​ແກ້​ໄຂ​ຜົນ​ຮ້າ​ຍຈາກ​ໄພພິບັດທຳ​ມະ​ຊາດ. ທ່ານ​ປະທານາທິບໍດີ Obama ​ມີ​ການ​ປະຊຸມ​ກັບ​ບັນດາ​ສະມາຊິກ​ຄະນະ​ລັດຖະບານ, ຮັບ​ຟັງ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ແກ້ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພພິບັດ​ທຳ​ມະ​ຊາດ​ຢູ່ Oklahoma.

ຂ່າວ/ບົດ​ອື່ນ