ສະ​ຖານ​ທູດຫວຽດ​ນາມ​ປະ​ຈຳ​ອິ​ນ​ເດຍໜູນ​ຊ່ວຍ​ຊາວ​ຫວຽດ​ນາມ​ກັບ​ຄືນ​ມາປະ​ເທດ​ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດCovid– 19

(VOVWORLD) - ຖ້ຽວບິນສຸດທ້າຍກັບຄືນມາຫວຽດນາມແມ່ນຖ້ຽວບິນ New Delhi - ຮ່າໂນ້ຍໃນວັນທີ 21 ມີນາໂດຍບໍລິສັດການບິນVietjet Air ປະຕິບັດ

ໂລກລະບາດCovid– 19 ພວມມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ເຊິ່ງຕ້ອງບັງຄັບໃຫ້ລັດຖະບານອິນເດຍຕ້ອງຢຸດຕິການຕ້ອນຮັບບັນດາຖ້ຽວບິນສາກົນໄປຍັງບັນດາສະໜາມບິນຂອງອິນເດຍເລີ່ມແຕ່ວັນທີ 22 ມີນາເປັນຕົ້ນໄປ, ໃນນັ້ນມີບັນດາຖ້ຽວບິນຈາກຫວຽດນາມ..

ສະຖານທູດຫວຽດນາມປະຈຳອິນເດຍໃຫ້ຮູ້ວ່າພໍ່ແມ່ພີ່ນ້ອງຊາວຫວຽດນາມມີຄວາມມຸ່ງມາດປາດຖະໜາຢາກກັບຄືນເມືອປະເທດຕ້ອງຕິດຕໍ່ຊື້ປີ້ຍົນກັບບໍລິສັດການບິນVietjet Air ຢ່າງຮີບດ່ວນ. ນອກຈາກນັ້ນ, ຜູ້ໂດຍສານທີ່ຢູ່ໃນຖ້ຽວບິນນີ້ຕ້ອງລາຍງານຕໍ່ສະຖານທູດກ່ຽວກັບການເດີນທາງຂອງຕົນເພື່ອ ໃຫ້ສະຖານທູດສາມາດໜູນຊ່ວຍໄດ້ເມື່ອມີຄວາມຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ